ໂດຍ: ທ່ານ ກ່ວນຮົວປິ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ
ກອງປະຊຸມຄົບຄະ ນະຄັ້ງທີ 4 ສະໄໝ ທີ 12 ຂອງ ສະພາປຶກສາການເມືອງແຫ່ງ ຊາດຈີນ ແລະ ກອງປະຊຸມ ຄົບ ຄະນະຄັ້ງທີ 4 ສະໄໝທີ 12 ຂອງ ສະພາຜູ້ແທນ ປະຊາຊົນ ແຫ່ງຊາດຈີນ ໄດ້ສຳເລັດລົງ ຢ່າງມີໄຊ ແຕ່ວັນ ທີ 3 – 16 ມີນາ 2016.
ກອງປະຊຸມໄດ້ຕີລາຄາ ສູງຕໍ່ບັນດາຜົນສຳເລັດທີ່ສຳ ຄັນທີ່ຍາດມາໄດ້ໃນການພັດ ທະນາເສດຖະກິດສັງຄົມ ຂອງ ສປ ຈີນ ໃນໄລຍະປະຕິບັດແຜນ ພັດທະນາເສດ ຖະກິດສັງຄົມ 5 ປີ ຄັ້ງທີ 12 ແລະ ໄດ້ອະນຸມັດ ເຫັນດີຕໍ່ບົດລາຍງານວຽກງານ ຂອງລັດຖະບານ, ເນື້ອໃນ ສຳ ຄັນຂອງແຜນພັດທະນາ ເສດ ຖະກິດສັງຄົມ ແຫ່ງ ຊາດຈີນ ໃນໄລຍະ 5 ປີ ຄັ້ງທີ 13 ແລະ ເອກະສານທີ່ ສຳຄັນອື່ນໆ.
ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກກອມມູນິດ ຈີນ ໂດຍພາຍໃຕ້ການນຳພາ ອັນໜັກແໜ້ນຂອງສູນ ກາງ ພັກ ໂດຍແມ່ນ ສະຫາຍ ສີຈິ້ນຜິງ ເປັນເລຂາທິການໃຫຍ່ ເປັນຜູ້ ນຳພາ ພາຍໃຕ້ສະພາບການ ສາກົນທີ່ສະລັບສັບ ຊ້ອນ ແລະ ໜ້າທີ່ອັນໜັກໜ່ວງໃນການ ປະຕິຮູບ, ການ ພັດທະນາ ແລະ ການຮັກສາຄວາມໝັ້ນທ່ຽງຢູ່ ພາຍໃນ ປະເທດ. ລັດຖະບານ ຈີນໄດ້ສືບຕໍ່ຢຶດໝັ້ນທິດທາງ ລວມພື້ນຖານໃນການປະຕິບັດວຽກງານ ເພື່ອໃຫ້ ການກ້າວ ເດີນໄປພ້ອມກັນກັບການຮັກ ສາຄວາມໝັ້ນ ທ່ຽງ, ລົງເລິກ ການປະຕິຮູບ ແລະ ເປີດປະຕູສູ່ ພາຍ ນອກດ້ວຍ ມາດຕະການ ຕ່າງໆ ທີ່ເປັນຜົນ ປະໂຫຍດ ສະເພາະໜ້າ ແລະ ຍາວນານ ໂດຍສຳເລັດຢ່າງຮອບດ້ານ ບັນດາໜ້າທີ່ ແລະ ເປົ້າໝາຍ ທີ່ສຳຄັນຂອງ ແຜນພັດ ທະນາ 5 ປີ ຄັ້ງທີ 12 ໄດ້ວາງໄວ້.
ໃນໄລຍະ 5 ປີ ຜ່ານມາ, ການສ້າງສາພັດທະນາຂອງ ສປ ຈີນ ໄດ້ປະສົບຜົນສຳເລັດ ຢ່າງໃຫຍ່ຫຼວງທີ່ສາກົນ ໄດ້ໃຫ້ ການຕີລາຄາຢ່າງສູງ.
- ການພັດທະນາເສດ ຖະກິດໄດ້ສືບຕໍ່ຮັກສາຈັງຫວະ ການຂະຫຍາຍຕົວທີ່ໄວສົມ ຄວນລວມຍອດຜະລິດຕະພັນ ພາຍໃນສະເລ່ຍເພີ່ມຂຶ້ນ 7,8%, ໃນນັ້ນການເພີ່ມຂຶ້ນ ຂອງເສດຖະກິດຈີນ ປີ 2015 ແມ່ນ 6,9% ເສດຖະກິດຈີນຍັງ ສືບຕໍ່ຢູ່ໃນອັນດັບທີ 2 ຂອງ ໂລກ, ກາຍເປັນປະເທດການ ຄ້າດ້ານສິນຄ້າອັນດັບທີ 1 ຂອງໂລກ ແລະ ເປັນປະເທດ ໃຫຍ່ທີ່ສຳຄັນໃນການລົງທຶນ ຂອງສາກົນ. ພ້ອມກັນນັ້ນ ການຈັດຫາວຽກເຮັດງານທຳ ຂອງ ສປ ຈີນ ກໍ່ສືບຕໍ່ມີຄວາມ ໝັ້ນທ່ຽງ, ລາຍໄດ້ຂອງພົນລະ ເມືອງສືບຕໍ່ເພີ່ມຂຶ້ນຕາມປົກ ກະຕິ, ອັດຕາເພີ່ມຂຶ້ນຂອງຄ່າ ຄອງຊີບຢູ່ໃນລະດັບປົກກະຕິ.
- ການດັດສົມໂຄງປະ ກອບໄດ້ມີຄວາມຄືບໜ້າທີ່ມີ ລັກສະນະຂີດໝາຍ ອັດຕາ ສ່ວນຂອງພາກສ່ວນບໍລິການ ໃນລວມຍອດຜະລິດຕະພັນ ພາຍໃນໄດ້ເພີ່ມຂຶ້ນກວມເອົາ 50,5% ກາຍເປັນພາກສ່ວນ ການຜະລິດອັນດັບທີໜຶ່ງ. ການຫັນເປັນອຸດສາຫະກຳ ແລະ ຂໍ້ມູນຂ່າວສານໄດ້ມີ ການຮ່ວມຕົວເຂົ້າຢ່າງເລິກ ເຊິ່ງກວ່າເກົ່າ, ຄວາມສາມາດ ໃນການຜະລິດລວມດ້ານກະ ສິກຳໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ປະກອບສ່ວນເຂົ້າໃນການ ເຕີບໂຕຂອງເສດຖະກິດກວມ 66,4% ແລະ ກວ່າເຄິ່ງໜຶ່ງ ຂອງພົນລະເມືອງແມ່ນອາໄສ ຢູ່ໃນຕົວເມືອງ, ໂຄງປະກອບ ຂອງຕົວເມືອງ ແລະ ຊົນນະບົດ ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ ຢຸດຢັ້ງ. ອັດຕາການນຳໃຊ້ພະ ລັງງານໃນລວມຍອດຜະລິດຕະ ພັນ ພາຍໃນໄດ້ຫຼຸດລົງ 18,2%, ລະດັບການ ປ່ອຍມົນລະພິດ ຫຼຸຸດລົງຫຼາຍກວ່າ 12%.
- ລະດັບໂຄງປະກອບ ພື້ນຖານໄດ້ຮັບການຍົກສູງຂຶ້ນ ຢ່າງຮອບດ້ານ ເສັ້ນທາງລົດໄຟ ລວມຍາວ 121 ພັນກິໂລແມັດ ໃນນັ້ນສາຍດ່ວນຫຼາຍກວ່າ 19 ພັນກິໂລແມັດ, ກວມກວ່າ 60% ຂອງໂລກ. ເສັ້ນທາງດ່ວນກໍ່ ໄດ້ ມີຄວາມຍາວ 120 ພັນກວ່າກິໂລແມັດ. ໂຄງການຂົນສົ່ງນ້ຳ ໄປສູ່ພາກເໜືອ ເຂດຕາເວັນ ອອກ ແລະ ເຂດກາງກໍ່ໄດ້ສຳ ເລັດການປ່ອຍນ້ຳ. ນອກນັ້ນ ຍັງ ໄດ້ສຳເລັດການສ້າງຕາໜ່າງ ສື່ສານຍຸກທີ 4 ທີ່ຂະໜາດໃຫຍ່ ກວ່າໝູ່ຂອງໂລກ.
- ການປະດິດສ້າງທາງ ດ້ານວິທະຍາສາດເຕັກນິກກໍ່ ໄດ້ປະສົບຜົນສຳເລັດ ການຄົ້ນ ຄວ້າພື້ນຖານທີ່ສຳຄັນ ໃນການ ສື່ສານ quantum, ການສັ່ນ ສະເທືອນ neutrino, superconduction ຊະນິດເຫຼັກເປັນ ອົງປະກອບໃນຄວາມຮ້ອນ ສູງກໍ່ໄດ້ມີຫົວຄິດປະດິດສ້າງ ແລະ ປະສົບຜົນສຳເລັດ ທີ່ສຳ ຄັນຫຼາຍຢ່າງ. ໂຄງການຈັດສົ່ງ ມະນຸດຂຶ້ນສູ່ອະວະກາດ, ໂຄງ ການຄົ້ນຄວ້າດວງຈັນ, ໂຄງ ການຄົ້ນຄວ້າໃຕ້ພື້ນທະເລ ແລະ ອື່ນໆກໍ່ຢູ່ໃນອັນ ດັບນຳ ໜ້າຂອງໂລກ.
- ລະດັບຊີວິດການເປັນ ຢູ່ຂອງປະຊາຊົນກໍ່ໄດ້ຮັບການ ຍົກສູງຂຶ້ນຢ່າງເດັ່ນຊັດ, ອັດຕາ ການເພີ່ມຂຶ້ນສຳລັບລາຍໄດ້ ຂອງພົນລະເມືອງແມ່ນສູງກວ່າ ການເພີ່ມຂຶ້ນຂອງເສດຖະກິດ, ຄວາມແຕກໂຕນກັນທາງດ້ານ ລາຍໄດ້ຂອງຕົວເມືອງ ແລະ ຊົນນະບົດໄດ້ສືບຕໍ່ຫຼຸຸດລົງ. ການປະກອບ ອາຊີບໃໝ່ໃນ ຕົວເມືອງຫຼາຍກວ່າ 64 ລ້ານຄົນ. ໂຄງການຮັບປະກັນການດຳ ລົງຊີວິດໃນຕົວເມືອງໄດ້ຮັບ ການປະຕິບັດຢ່າງຕໍ່ເນື່ອງ, ອັນ ໄດ້ສ້າງເຮືອນພັກໃໝ່ 40,13 ລ້ານຊຸດ, ປະຊາຊົນຫຼາຍກວ່າ 100 ລ້ານຄົນ ໄດ້ຍົກຍ້າຍເຂົ້າ ສູ່ເຮືອນພັກໃໝ່, ຈຳນວນຜູ້ທຸກ ຍາກໃນຊົນນະບົດໄດ້ຫຼຸດລົງ 100 ລ້ານກວ່າຄົນ ແລະ ໄດ້ ແກ້ໄຂບັນຫາຄວາມປອດໄພ ຂອງນ້ຳດື່ມໃນຊົນນະບົດຫຼາຍ ກວ່າ 300 ລ້ານຄົນ.
- ໄດ້ປະສົບຜົນສຳເລັດ ຢ່າງໃຫຍ່ຫຼວງໃນການພັດ ທະນາສັງຄົມ ຄຸນນະພາບ ແລະ ຄວາມທ່ຽງທຳດ້ານການ ສຶກສາໄດ້ຮັບການຍົກລະດັບ ແລະ ດີຂຶ້ນຢ່າງເດັ່ນຊັດ. ການ ປະກັນໄພດ້ານພື້ນຖານການ ແພດໄດ້ສຳເລັດຢ່າງທົ່ວເຖິງ, ຜູ້ເຂົ້າຮ່ວມປະກັນໄພສຳລັບຜູ້ ອາຍຸສູງຫຼາຍກວ່າ 80%. ກຳລັງ ແຮງດ້ານວັດທະນະທຳໄດ້ສືບ ຕໍ່ຍົກລະດັບສູງຂຶ້ນກວ່າເກົ່າ. ການບໍລິຫານປະເທດດ້ວຍກົດ ໝາຍກໍ່ໄດ້ມີຄວາມຄືບໜ້າຢ່າງ ຮອບດ້ານ. ການປະຕິຮູບດ້ານ ການທະຫານທີ່ມີສີສັນແບບ ຈີນ ກໍ່ໄດ້ປະສົບຜົນສຳເລັດທີ່ ສຳຄັນ. ການພັດທະນາຂອງ ສປ ຈີນ ແມ່ນພະລັງແຮງທີ່ສຳ ຄັນໃນການຊຸກຍູ້ໃຫ້ເສດຖະກິດ ຂອງໂລກເພີ່ມຂຶ້ນ. ໃນປີ 2015 ສປ ຈີນ ໄດ້ປະກອບສ່ວນໃຫ້ ແກ່ການເພີ່ມຂຶ້ນຂອງເສດ ຖະກິດໂລກຫຼາຍກວ່າ 25% ຍອດມູນຄ່າຂາເຂົ້າບັນລຸເຖິງ 1.680 ຕື້ໂດລາສະຫະລັດ, ສືບຕໍ່ຢູ່ໃນອັນດັບທີສອງຂອງ ໂລກ. ການລົງທຶນຕໍ່ສາກົນທີ່ບໍ່ ໄດ້ຢູ່ໃນຂົງເຂດການເງິນລວມ ມູນຄ່າ 118 ຕື້ໂດລາສະຫະ ລັດ, ເພີ່ມຂຶ້ນ 14,7%. ການ ລົງທຶນຕໍ່ບັນດາປະເທດ “ໜຶ່ງ ແລວທາງໜຶ່ງເສັ້ນທາງ” ເພີ່ມ ຂຶ້ນ 18,2%. ພົນລະເມືອງຈີນ ໄປທ່ອງທ່ຽວຕ່າງປະເທດມີ ເຖິງ 120 ລ້ານຖ້ຽວຄົນ, ເພີ່ມ ຂຶ້ນ 12%. ລາຍການສິນຄ້າທີ່ ສຳຄັນທີ່ ສປ ຈີນ ນຳເຂົ້ານັ້ນ ສືບຕໍ່ເພີ່ມຂຶ້ນ, ໄດ້ປະກອບສ່ວນ ຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນ ທ່ຽງຂອງຕະຫຼາດສາກົນ.
ປີ 2016 ເປັນປີທີ່ ສປ ຈີນ ຈະເຂົ້າສູ່ໄລຍະການສຳເລັດ ການສ້າງສາສັງຄົມທີ່ອີ່ມໜຳ ສຳລານຢ່າງຮອບດ້ານ, ເປັນປີ ເລີ່ມຕົ້ນຂອງໄລຍະຕັດສິນ ເພື່ອສຳເລັດເປົ້າໝາຍສູ້ຊົນ ຄວາມຝັນ 100 ປີ ອັນທີໜຶ່ງ ຂອງ ສປ ຈີນ. ສປ ຈີນ ມີຄວາມ ໝັ້ນໃຈ ແລະ ມີຄວາມສາມາດ ເພື່ອຮັກສາທ່າອ່ຽງການ ຂະ ຫຍາຍຕົວໃນລະດັບປານກາງ ແລະ ສູງໃນການພັດທະນາ ເສດຖະກິດ, ທັງເປັນການເປີດ ສາກທ່າຂະຫຍາຍຕົວທີ່ດີໃນ ການປະຕິບັດແຜນພັດ ທະນາ 5 ປີ ຄັ້ງທີ 13.
ການພັດທະນາເສດຖະ ກິດຂອງ ສປ ຈີນ ມີທ່າແຮງບົ່ມ ຊ້ອນຢ່າງໃຫຍ່ຫຼວງ, ທັງມີພະ ລັງແຮງ ແລະ ຂອບເຂດການ ພັດທະນາທີ່ກວ້າງຂວາງຄື:
- ສປ ຈີນ ມີພື້ນຖານດ້ານ ວັດຖຸທີ່ແໜ້ນໜາ, ມີລະບົບອຸດ ສາຫະກຳທີ່ຄົບຊຸດ ແລະ ມີ ໂຄງລ່າງພື້ນຖານທີ່ມີປະສິດທິ ພາບສູງ.
- ຕະຫຼາດພາຍໃນຂອງ ສປ ຈີນ ມີຄວາມຕ້ອງການຢ່າງ ໃຫຍ່ຫຼວງ, ສປ ຈີນ ມີພົນລະ ເມືອງເຖິງ 1,3 ຕື້ຄົນ, ມີແຮງ ງານ 900 ລ້ານຄົນ, ມີກຸ່ມຕະ ຫຼາດ 70 ລ້ານແຫ່ງ.
- ສປ ຈີນ ມີຂອບເຂດ ການພັດທະນາທີ່ກວ້າງຂວາງ, ພາກສ່ວນປັດໄຈທີ່ສຳຄັນມີ ການຈໍລະຈອນທີ່ນັບມື້ສະ ດວກ ແລະ ວ່ອງໄວ, ມີການຈັດ ວາງສັບຊ້ອນທີ່ນັບມື້ມີປະສິດ ທິຜົນສູງ.
- ບັນດາປັດໄຈການ ຜະລິດຂອງຈີນໄດ້ກ້າວເຂົ້າສູ່ ລະດັບສູງ, ອັດຕາສະເລ່ຍອາຍຸ ທີ່ໄດ້ຮັບການສຶກສານັບມື້ເພີ່ມ ຂຶ້ນ, ແຕ່ລະປີມີຜູ້ຈົບການສຶກ ສາຊັ້ນສູງມີຫຼາຍກວ່າ 70 ລ້ານ ຄົນ ເຂົ້າສູ່ຕະຫຼາດແຮງງານ.
- ສປ ຈີນ ໄດ້ສະສົມ ແລະ ມີບົດຮຽນນັບມື້ນັບຫຼາຍຂຶ້ນ ໃນການດັດປັບ ແລະ ຄຸ້ມຄອງ ມະຫາພາກ.
ປີ 2016 ສປ ຈີນ ຈະສືບ ຕໍ່ຍົກສູງຄັນທຸງສັນຕິພາບ, ການພັດທະນາ, ການຮ່ວມມື ແລະ ພ້ອມກັນໄດ້ຮັບຜົນປະ ໂຫຍດ. ປະຕິບັດຕາມວິໃສທັດ ການຕ່າງປະເທດສຳລັບປະ ເທດມະຫາອຳນາດທີ່ມີສີສັນ ແບບຈີນ ໂດຍຢຶດຖືວິໃສທັດ ການຕ່າງປະເທດຕໍ່ບັນດາ ປະເທດອ້ອມຂ້າງດ້ວຍມິດຕະ ພາບ, ມີຄວາມຈິງໃຈ ແລະ ມີ ຜົນປະໂຫຍດຮ່ວມກັນ, ເພື່ອຢູ່ ຮ່ວມກັນໂດຍສັນຕິກັບບັນດາ ປະເທດໃນພາກພື້ນ, ພ້ອມກັນ ເຊື່ອມຈອດ ແລະ ພ້ອມກັນພັດ ທະນາ. ລົງເລິກການຮ່ວມມື ລະຫວ່າງໃຕ້-ໃຕ້, ຊຸກຍູ້ການ ພັດທະນາຮ່ວມກັນ, ປົກປ້ອງ ສິດທິອັນຊອບທຳຂອງບັນດາ ປະເທດພວມ ພັດທະນາ.
ໃນສະເພາະໜ້ານີ້, ລັດ ຖະບານຈີນພວມຕັ້ງໜ້າປະຕິ ບັດການເປີດປະຕູສູ່ພາຍນອກ ໃນລະດັບໃໝ່ທີ່ສູງກວ່າເກົ່າ, ຕັ້ງໜ້າຊຸກຍູ້ການສ້າງ “ໜຶ່ງ ແລວທາງໜຶ່ງເສັ້ນທາງ”, ເປີດ ກວ້າງການຮ່ວມມືດ້ານການ ຜະລິດ ແລະ ພະລັງງານຂອງ ສາກົນ, ຊຸກຍູ້ການຄ້າຕ່າງປະ ເທດເພື່ອໃຫ້ມີການພັດທະນາ ແບບໃໝ່ ແລະ ຍົກລະດັບການ ນຳໃຊ້ເງິນທຶນຕ່າງປະເທດໃຫ້ ມີປະສິດທິຜົນ, ເລັ່ງລັດການ ປະຕິບັດຍຸດທະສາດເຂດການ ຄ້າເສລີ.
ສປປ ລາວ ເປັນປະເທດ ບ້ານໃກ້ເຮືອນຄຽງ ທີ່ສະໜິດ ແໜ້ນຂອງ ສປ ຈີນ ທີ່ມີສາຍພູ ແລະ ແມ່ນ້ຳຕິດຈອດກັນ. ສປປ ລາວ ກໍ່ຍັງແມ່ນປະເທດ ທີ່ສຳຄັນໃນບັນດາປະເທດ “ໜຶ່ງ ແລວທາງໜຶ່ງເສັ້ນທາງ”.ໃນ ການພັດທະນາເສດຖະກິດ, ທັງ ສອງປະເທດຈີນ ແລະ ລາວ ລ້ວນແຕ່ມີລັກສະນະເພີ່ມ ທ່າ ແຮງໃຫ້ແກ່ກັນ ແລະ ມີທ່າ ແຮງບົ່ມຊ້ອນຢ່າງໃຫຍ່ຫຼວງ.ເພີ່ມທະວີການຮ່ວມມືມິດຕະ ພາບທີ່ຕ່າງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດແມ່ນຄວາມ ມຸ່ງມາດ ປາຖະໜາຂອງປະຊາຊົນທັງ ສອງປະເທດ. ຝ່າຍຈີນຍິນດີ ຮ່ວມມືກັບຝ່າຍລາວເພື່ອກຳ ເອົາກາລະໂອກາດໃໝ່ໃນການ ຮ່ວມມືແບບຕັ້ງໜ້າ ລະຫວ່າງ ສອງຝ່າຍ, ເອົາໃຈໃສ່ຊຸກຍູ້ ການຮ່ວມມືແບບເຊື່ອມຈອດກັນ ແລະ ເຊື່ອມຈອດກັນ. ການ ຮ່ວມມືດ້ານການຜະລິດ ແລະ ພະລັງງານ, ເພື່ອ ສ້າງທ່າແຮງ ໃໝ່ໃນການສ້າງສາເສດຖະ ກິດຂອງທັງສອງປະເທດ ແລະ ພ້ອມກັນເປີດຍຸກໃໝ່ໃນການ ພັດທະນາຂອງສອງປະເທດ ຈີນ ແລະ ລາວ.