ໄຊສົມບູນເປັນອີກແຂວງ ໜຶ່ງທີ່ວາງເປົ້າໝາຍ ແລະຄາດ ໝາຍສູ້ຊົນໃນການພັດທະນາເສດ ຖະກິດ-ສັງຄົມ, ໂດຍຈະສູ້ຊົນໃຫ້ ເສດຖະກິດຂະຫຍາຍຕົວ 11% ຕໍ່ ປີ, ລວມຍອດຜະລິດຕະພັນພາຍ ໃນໃຫ້ບັນລຸ 1 ພັນກວ່າຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 15 ລ້ານກວ່າກີບ ຫຼື ເທົ່າກັບ 1.933 ໂດລາສະຫະລັດ, ໃນນັ້ນ ຂະແໜງ ກະສິກຳ-ປ່າໄມ້ ເພີ່ມຂຶ້ນ 11,5% ກວມເອົາ 37,3% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 12% ກວມເອົາ 39,9% ຂອງ GDP ແລະຂະແໜງການບໍລິການ ເພີ່ມຂຶ້ນ 12,5% ກວມເອົາ 22,8% ຂອງ GDP.
ອິງຕາມຂໍ້ມູນພະແນກແຜນ ການ ແລະການລົງທຶນຂອງແຂວງ ເປີດເຜີຍໃຫ້ຮູ້ວ່າ: ເພື່ອຮັບປະກັນ ໃຫ້ອັດຕາການຂະຫຍາຍຕົວຂອງ ເສດຖະກິດເພີ່ມຂຶ້ນຫຼາຍກວ່າ 11% ຕໍ່ປີ, ແຂວງມີຄວາມຕ້ອງ ການທຶນທັງໝົດ 3.183 ຕື້ກີບ ກວມເອົາ 44% ຂອງ GDP ຫຼື ມີຄວາມຕ້ອງການທຶນສະເລ່ຍ 637 ຕື້ກີບຕໍ່ປີ, ໃນນັ້ນ ການລົງ ທຶນຈາກງົບປະມານຂອງລັດ 300 ຕື້ກວ່າກີບ ກວມເອົາ 9,42% (ສະເລ່ຍ 60 ຕື້ກີບຕໍ່ປີ), ທຶນ ຊ່ວຍເຫຼືອລ້າ ແລະກູ້ຢືມ 75 ຕື້ກີບ ຫຼື 9,5 ລ້ານໂດລາສະຫະລັດ ກວມເອົາ 2,35%(ສະເລ່ຍ 15 ຕື້ກີບ ຫຼື 1,86 ລ້ານໂດລາສະຫະລັດຕໍ່ປີ), ທຶນເອກະຊົນພາຍໃນ ແລະຕ່າງປະ ເທດ 2.570 ຕື້ກວ່າກີບຕໍ່ປີ ຫຼື 319 ລ້ານກວ່າໂດລາສະຫະລັດ ກວມເອົາ 80,75% (ສະເລ່ຍ 514 ຕື້ກວ່າກີບຕໍ່ປີ ຫຼື 63,8 ໂດລາສະຫະລັດ), ສິນເຊື່ອທະນາ ຄານ 225 ຕື້ກວ່າກີບ ກວມເອົາ 7,06% ຂອງທຶນທັງໝົດ(ສະ ເລ່ຍ 45 ຕື້ກີບຕໍ່ປີ), ການລົງ ທຶນຈາກປະຊາຊົນ 12,5 ຕື້ກີບ ເທົ່າ ກັບ 0,39%(ສະເລ່ຍ 2,5 ຕື້ກີບ).ພ້ອມກັນນັ້ນ ການເກັບລາຍ ຮັບ-ລາຍຈ່າຍງົບປະມານແຂວງ, ແຂວງຈະສູ້ຊົນເກັບລາຍຮັບພາຍ ໃນໃຫ້ເພີ່ມຂຶ້ນ 10% ຕໍ່ປີ, ໃນໄລ ຍະ 5 ປີ ແລະຮອດປີ 2020 ໃຫ້ ບັນລຸໄດ້ປະມານ 145 ຕື້ກີບ, ການຄຸ້ມຄອງລາຍຈ່າຍງົບປະມານໃຫ້ ເພີ່ມຂຶ້ນໃນລະດັບ 5% ຕໍ່ປີ, ໃນ 5 ປີ ແລະຮອດປີ 2020 ໃຫ້ຢູ່ໃນ ລະດັບ 155 ຕື້ກວ່າກີບ ແລະການ ຂາດດຸນງົບປະມານໃນ 5 ປີໃຫ້ ຢູ່ໃນລະດັບ 10,21 ຕື້ກີບ.
ນອກນັ້ນ ການສົ່ງອອກ ແລະ ນຳເຂົ້າສິນຄ້າ ແຂວງຈະສູ້ຊົນສ້າງ ສິ່ງອຳນວຍຄວາມສະດວກໃນ ການຜະລິດສິນຄ້າຈາກພະລັງງານ ໄຟຟ້າ ແລະບໍ່ແຮ່ເພື່ອສົ່ງອອກໃນ 5 ປີ ໃຫ້ບັນລຸຕາມແຜນທີ່ລັດຖະ ບານວາງໄວ້, ຈະສູ້ຊົນຜະລິດສິນຄ້າ ທີ່ເປັນທ່າແຮງຂອງແຂວງ ແລະ ຄຸ້ມຄອງການນຳເຂົ້າສິນຄ້າໃຫ້ຢູ່ໃນລະດັບທີ່ສາມາດສະສາງໄດ້.
ຂ່າວຈາກໜັງສືພີມ ເສດຖະກິດ-ສັງຄົມ