ຄັງເງິນແຫ່ງຊາດໄດ້ຈັດຕັ້ງຝຶກອົບຮົມເຜີຍແຜ່ນິຕິກຳກ່ຽວກັບວຽກງານຄັງເງິນແຫ່ງຊາດ
ສະບັບເລກທີ 2833/ກງ ແລະ 3102/ກງ
ໃນລະຫວ່າງວັນທີ 21-22 ກັນຍາ 2017 ຄັງເງິນແຫ່ງຊາດໄດ້ເປີດຊຸດຝຶກອົບຮົມເຜີຍແຜ່ນິຕິກຳກ່ຽວກັບວຽກງານຄັງເງິນແຫ່ງຊາດ ໃຫ້ພະນັກງານພາຍໃນຄັງເງິນແຫ່ງຊາດ ໃຫ້ກຽດເປັນປະທານໂດຍ ທ່ານ ພຸດທະຂັນ ຂັນຕີ ຮອງຫົວໜ້າຄັງເງິນແຫ່ງຊາດ ຊຸດຝຶກອົບຮົມຄັ້ງນີ້ໄດ້ເຜີຍແຜ່ ຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 2833/ກງ ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄັງເງິນແຫ່ງຊາດ ແລະ ເຜີຍແຜ່ ຄຳສັ່ງແນະນຳຂອງ ທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 3102/ກງ ລົງວັນທີ 13 ກັນຍາ 2017 ວ່າດ້ວຍການມອບລາຍຮັບງົບປະມານ ເຂົ້າບັນຊີເງິນຝາກລັດຖະບານຜ່ານລະບົບທະນາຄານໃນຂອບເຂດທົ່ວປະເທດ ພ້ອມກັນນັ້ນຍັງໄດ້ເຜີຍແຜ່ບົດຮຽນການປະຕິບັດແຜນງານປະຕິຮູບການຄຸ້ມຄອງການເງິນພາກລັດ(PFMRP), ຄຸນລັກສະນະຂອງລະບົບ FMIS ແລະ ບົດຮຽນທີ່ ຖອດຖອນໄດ້ ຈາກຣາຊະອານາຈັກກຳປູເຈຍ.