ເມື່ອວັນທີ 22 ມັງກອນຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍສສ.ຫວຽດນາມໄດ້ມີພິທີເຊັນສັນຍາແຜນການຮ່ວມ ມືປະຈຳປີ 2015 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ສປປລາວ ແລະ ກະຊວງສຶກສາ-ກໍ່ສ້າງ ສສ.ຫວຽດນາມໂດຍໄດ້ຮັບການມອບສິດຈາກລັດຖະມົນຕີວ່າການ ຂອງ 2ປະເທດໂດຍຕາງໜ້າໃນການລົງນາມ ຂອງ ທ່ານຮຈ.ດຣກອງສີແສງມະນີລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິ ການ ແລະ ກິລາແຫ່ງສປປ.ລາວ ແລະ ທ່ານບູຍວັນກາລັດຖະມົນຕີຊ່ວຍ ວ່າການ ກະຊວງສຶກສາ-ກໍ່ສ້າງແຫ່ງສສ.ຫວຽດນາມ.
ສຳ ລັບເນື້ອໃນເຊັນສັນຍາໃນຄັ້ງນີ້ແມ່ນເນັ້ນໃນການສ້າງບຸກຄະລາ ກອນຂອງແຕ່ລະປະເທດໃຫ້ມີຄຸນນະພາບຂຶ້ນເທື່ອລະກ້າວດ້ວຍວິທີການ ສືບຕໍ່ຈັດຕັ້ງການກຽມພາສາຫວຽດນາມຂັ້ນພື້ນຖານ04 ເດືອນໃຫ້ແກ່ພະນັກງານ-ນັກສຶກສາກ່ອນຈະໄປຮຽນ ທີ່ ສສ.ຫວຽດນາມໃນສົກຮຽນ2015-2016.
ສະເພາະທຶນການສຶກສາທິ່ລັດຖະ ບານສສ.ຫວຽດນາມ ໃຫ້ແກ່ສສປລາວເພື່ອຄັດເລືອກພະນັກງານ, ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ, ນັກຝຶກງານລາວ ແລະ ລູກຫຼານຊາວຫວຽດນາມຕ່າງດ້າວໄປຮຽນຕໍ່ທີ່ມະຫາວິທະຍາໄລ ແລະ ບຳລຸງໄລຍະສັ້ນຕາມຂະແໜງການທີ່ກ່ຽວຂ້ອງທີ່ສສ.ຫວຽດນາມທັງໝົດ 1.000ທຶນ, ໃນນັ້ນຂະແໜງການສຶກສາ 527ທຶນ. ໃນນີ້, ມີທຶນການສຶກສາໄລຍະຍາວ 455ທຶນ(ຂັ້ນປະລິນຍາເອກ 17ທຶນ; ປະລິນຍາໂທ 231ທຶນ ແລະ ປະລິນຍາຕີ 207ທຶນ) ໃນຈຳນວນດັ່ງກ່າວມີຈຳນວນ 30ທຶນໃຫ້ລູກຫຼານຊາວຫວຽດນາມຕ່າງດ້າວຢູ່ລາວຮຽນສາຍຄູ 10ທຶນ, ຮຽນວິທະຍາສາດທົ່ວໄປ18ທຶນ ແລະຮຽນປະລິນຍາໂທ 2ທຶນ. ສ່ວນທຶນບຳລຸງໄລຍະສັ້ນມີ 72ທຶນ.