ປະຫວັດຄວາມເປັນມາຂອງຄັງເງິນແຫ່ງຊາດ

ຄັງເງິນແຫ່ງຊາດເອີ້ນຊື່ຫຍໍ້ຄ.ງ.ຊ ພາສາ​ອັງກິດ National Treasury( NT ) ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 17 ກຸມພາ ປີ 1993  ເບື້ອງຕົ້ນເອີ້ນຊື່: ກົມຄັງເງິນ ມີພາລະບົດບາດໃນການຄຸ້ມຄອງລາຍຮັບ, ປະຕິບັດລາຍຈ່າຍໄປຕາມແຜນທີ່ສະພາແຫ່ງຊາດ ຮັບຮອງ, ຄຸ້ມຄອງບັນຊີເງິນຝາກ ຂອງບັນດາຫົວໜ່ວຍງົບປະມານ ລວມເຖີງເງິນຄໍ້າປະກັນໂຄງການ, ບັນດາກອງທຶນ ຂອງລັດ ເປັນກົງຈັກການຈັດຕັ້ງໜື່ງທີ່ຂື້ນກັບກະຊວງການເງິນ, ສະເພາະຢູ່ບັນດາແຂວງ, ນະຄອນຫຼວງ ແລະ ເມືອງ ກໍ່ໄດ້ສ້າງຕັ້ງຄັງເງິນຂື້ນ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງງົບປະມານແຫ່ງລັດ ຢູ່ແຕ່ທ້ອງຖິ່ນ ໂດຍເປັນກົງຈັກການຈັດຕັ້ງໜື່ງ ( ຫ້ອງການຄັງເງິນ ) ຂື້ນກັບພະແນກການເງິນແຂວງ, ນະຄອນຫຼວງ

Copyright © National Treasury. 2015 - 2016 by Lao IT Development Co., Ltd