ພະນັກງານທັງໝົດ 13 ສະຫາຍ ຍິງ 06 ສະຫາຍ
ປະກອບມີ ຫົວໜ້າພະແນກ 01 ທ່ານ, ຮອງຫົວໜ້າພະແນກ 03 ທ່ານ
ແບ່ງອອກເປັນ 04 ໜ່ວຍງານ
- ໜ່ວຍງານຈັດຕັັ້ງ
- ໜ່ວຍງານ ການເງິນ-ງົບປະມານ
- ໜ່ວຍງານ ບໍລິຫານ
- ໜ່ວຍງານ ສາງ
ຂັ້ນພະແນກ ແລະ ວິຊາການ
- ສະຫາຍ ນາງ ບຸດສະດີ ຄຳມະນີວົງ ຫົວໜ້າພະແນກ
- ສະຫາຍ ສົມບູນ ພັນດານຸວົງ ຮອງຫົວໜ້າພະແນກ
- ສະຫາຍ ນາງ ວົງສະຫວັນ ພອນແກ້ວປະເສີດ ຮອງຫົວໜ້າພະແນກ
- ສະຫາຍ ນິຄົມ ພົມມະຈັນ ຮອງຫົວໜ້າພະແນກ
- ທ່ານ ສະໄຫວ ວົງສະຜ່າຍ.
- ທ່ານ ສີຫາ ໂຮມປັນຍາ.
- ທ່ານ ສົມພອນ ອູ່ວໍລະວົງ.
- ທ່ານ ຄຳຫຼ້າ ໄຊຍະລາດ.
- ທ່ານ ນາງ ບຸນສວຍ ແສງຄຳມີ.
- ທ່ານ ສຸກສະຫວັນ ແກ້ວສຸວັນ.
- ທ່ານ ນາງ ຈິນດາ ຫຼວງພິທັກ.
- ທ່ານ ນາງ ຈັນສະໄໝ ທິດດາວົງ.
- ທ່ານ ນາງ ພອນປະເສີດ ພູວັນໂນ
ການແບ່ງຄວາມຮັບຜິດຊອບພາຍໃນພະແນກ:
ທ່ານ ນາງ ບຸດສະດີ ຄຳມະນີວົງ ຫົວໜ້າພະແນກຈັດຕັ້ງ – ບໍລິຫານ ຮັບຜິດຊອບ: ຊີ້ນຳລວມ ວຽກງານພະແນກຈັດຕັ້ງ-ບໍລິຫານ ແລະ ການເງິນ, ວຽກງານການເມືອງ-ແນວຄິດຂອງພະນັກງານ ພາຍໃນພະແນກ ລົງເລິກ ໜ່ວຍງານ ຈັດຕັ້ງ
- ເປັນເສນາທິການໃນການ ຄົ້ນຄວ້າການ ສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ, ກໍານົດມາດຖານ ແລະ ຕຳແໜ່ງງານ;
- ເປັນເສນາທິການ ໃນການຄົ້ນຄວ້າການ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ, ຍ້ອງຍໍ, ປະຕິບັດນະໂຍບາຍ (ເລື່ອນຊັ້ນ, ເລື່ອນຂັ້ນ ແລະ ອື່ນໆ) ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ; ຄົ້ນຄວ້າການສັບປ່ຽນໝູນວຽນບ່ອນປະຈໍາການ ລັດຖະກອນວິຊາການຄັງເງິນແຫ່ງຊາດ;
- ປະສານ ສົມທົບ ກັບກົມຈັດຕັ້ງ ແລະ ພະນັກງານ ກຳນົດມາດຖານ ແລະ ຕຳແໜ່ງງານ ເພື່ອເປັນບອ່ນອີງບັນຈຸ ແລະ ສັບຊອ້ນ ພະນັກງານຄັງເງິນແຫ່ງຊາດ.
- ຊີ້ນຳໃນການຄຸ້ມຄອງ, ຕິດຕາມ ຊີວະປະຫວັດ ແລະ ການເຄື່ອນໄຫວວຽກງານ ຂອງພະນັກງານ-ລັດຖະກອນ ຄັງເງິນແຫ່ງຊາດ ຕາມລະບົບສາຍຕັ້ງ ດ້ວຍລະບົບຊຸດຄໍາສັ່ງການຄຸ້ມຄອງລັດຖະກອນ (PIMS);
- ຄົ້ນຄ້ວາ,ປັບປຸງ ບູລະນະກົງຈັກການຈັດຕັ້ງ ຄັງເງິນແຫ່ງຊາດ ແຕ່ສູນກາງລົງຮອດທ້ອງຖິ່ນ ກຳນົດພາລະບົດບາດ,ໜ້າທີ່,ຂອບເຂດສິດ,ລະບອບແບບແຜນວິທີເຮັດວຽກ,ກົນໄກປະສານສົມທົບ ລະຫວ່າງ ສາຍຕັ້ງ,ສາຍຂວາງ ແລະ ພາຍໃນຂະແໜງດ້ວຍກັນ ແລະ ວຽກງານຫັນຄຸ້ມຄອງຕາມສາຍຕັ້ງຂອງຄັງເງີນແຫ່ງຊາດ,
- ຊີ້ນຳ, ຕິດຕາມ, ກວດກາວຽກງານສ້າງ ແລະ ການແບ່ງປັນແຜນງົບປະມານສາຍຕັ້ງ (ບວ້ງເງິນເດືອນ, ເງິນບໍລິຫານ, ເງິນດັດສົມ, ເງິນຊື້ໃໝ່ ແລະ ເງິນລົງທຶນ) ຂອງຄັງເງິນແຫ່ງຊາດປະຈຳແຂວງ, ນະຄອນຫຼວງ;
- ຊີ້ນຳວຽກງານການຈັດຊື້-ຈັດຈ້າງ ວັດຖຸອຸປະກອນຮັບໃຊ້, ແນະນຳ ແລະ ກວດກາວຽກງານຄຸ້ມຄອງການເງິນ,ຄຸ້ມຄອງການລົງທຶນພາຍໃນ, ຄຸ້ມຄອງຊັບສິນ ໃນລະບົບຄັງເງິນແຫ່ງຊາດໃນຂອບເຂດທົ່ວປະເທດ;
- ສະຫຼູບສັງລວມວຽກງານພາຍໃນພະແນກທີ່ໄດ້ຈັດຕັ້ງປະຕິບັດ ລາຍງານໃຫ້ຫົວໜ້າ ແລະ ຄະນະຄັງເງິນແຫ່ງຊາດ ເປັນແຕ່ລະເດືອນ;
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງທ່ານຫົວໜ້າຄັງເງິນແຫ່ງຊາດ;
ທ່ານ ສົມບູນ ພັນດານຸວົງ ຮອງຫົວໜ້າພະແນກພະແນກຈັດຕັ້ງ – ບໍລິຫານ ຮັບຜິດຊອບ:
ລົງເລິກ ຫນ່ວຍງານ ບໍລິຫານ;
- ຂຶ້ນແຜນກໍານົດ ພະນັກງານ-ລັດຖະກອນ, ພະນັກງານ ນໍາພາ-ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ (ຝຶກອົບຮົມ ແລະ ພັດທະນາ) ແລະ ປະເມີນຜົນ ພະນັກງານ-ລັດຖະກອນ ຄັງເງິນແຫ່ງຊາດເປັນແຕ່ລະໄລຍະ;
- ສ້າງແຜນການດຳເນີນງານ ໄປວຽກທາງການ ພາຍໃນ ແລະ ຕ່າງປະເທດ ແລະ ຝຶກອົບຮົມ ໃຫ້ພະນັກງານ-ລັດຖະກອນ ຄັງເງິນແຫ່ງຊາດ;
- ຄົ້ນຄວ້າສ້າງ ລະບຽບການເຮັດວຽກ, ແຜນວຽກ; ຕິດຕາມ, ຊຸກຍູ້, ຈັດສັນການເຄື່ອນໄຫວ ຂອງບັນດາພະແນກ ກ່ຽວກັບ ການປະຕິບັດແຜນວຽກ, ລະບຽບພາຍໃນ ແລະ ລະບອບການລາຍງານສ່ອງແສງ;
- ພິຈາລະນາ ຄຳສະເໜີ ຂອງຄັງເງິນສາຍຕັ້ງ, ແລະ ພະແນກການ ກ່ຽວກັບ ຄວາມຕອ້ງການດ້ານວັດຖຸອຸປະກອນ, ແບບພິມຕ່າງໆ, ພາຫະນະຮັບໃຊ້ ນຳສະເໜີຄະນະນຳຄັງເງິນແຫ່ງຊາດ;
- ຊີ້ນຳ ປະຕິບັດວຽກງານ ພິທີການ, ໂຄສະນາຂ່າວສານ, ການກະກຽມ ເນື້ອໃນເອກະສານ, ການບໍລິຫານກອງປະຊຸມ, ສັງລວມເອກະສານຮັບໃຊ້ກອງປະຊຸມ, ບັນທຶກ ແລະ ລາຍງານຜົນສຳເລັດ ກອງປະຊຸມ ໃນແຕ່ລະຄັ້ງ;
- ຊີ້ນຳ ກ່ຽວກັບການຄູ້ມຄອງ,ຕິດຕາມ,ກວດກາ,ສຳເນົາເກັບມ້ຽນ ແລະ ແຈກຢາຍ ເອກກະສານຂາເຂົ້າ – ຂາອອກຂອງຄັງເງິນແຫ່ງຊາດ ໃຫ້ລວມສູນ ແລະ ເຂົ້າລະບົບທີ່ທັນສະໃໝຂອງການ ( ໄອອອບຟີດ).
- ຊີ້ນຳ ໃນການຄຸ້ມຄອງ ການນຳໃຊ້ ພາຫານະ, ວັດຖຸອຸປະກອນຮັບໃຊ້ ຂອງຄັງເງິນແຫ່ງຊາດ ແລະ ການແຈກຢາຍວັດຖຸອຸປະກອນ ໃຫ້ຄັງເງິນແຫ່ງຊາດປະຈຳແຂວງ/ນະຄອນຫຼວງ, ການສ້ອມແປງພາຫານະ ແລະ ວັດຖຸອຸປະກອນຮັບໃຊ້ ພາຍໃນຄັງເງິນແຫ່ງຊາດ.
- ຮັບຜິດຊອບວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າຄັງເງິນແຫ່ງຊາດ ແລະ ປະຕິບັດໜ້າທີ່ແທນໃນເວລາທີ່ຫົວໜ້າພະແນກບໍ່ຢູ່.
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
ທ່ານ ນາງ ວົງສະຫວັນ ພອນແກ້ວປະເສີດ ຮອງຫົວໜ້າພະແນກພະແນກຈັດຕັ້ງ – ບໍລິຫານ ຮັບຜິດຊອບ:
ລົງເລິກ ໜ່ວຍງານ ການເງິນ-ງົບປະມານ;
- ຄົ້ນຄວ້ານໍາສະເໜີ ການປະຕິບັດເປັນຫົວໜ່ວຍງົບປະມານຂັ້ນສອງ ໂດຍປະສານສົມທົບກັບຫ້ອງການກະຊວງການເງິນ ກ່ຽວກັບ ການສ້າງ ແລະ ປະຕິບັດແຜນງົບປະມານ ຂອງຄັງເງິນແຫ່ງຊາດ ຢ່າງລວມສູນຕາມລະບົບສາຍຕັ້ງ;
- ຄຸ້ມຄອງ ລາຍຮັບຄ່າບໍລິການທາງດ້ານວິຊາການ ແລະ ປະຕິບັດລາຍຈ່າຍຮັບໃຊ້ການເຄື່ອນໄຫວວຽກງານ ຄັງເງິນແຫ່ງຊາດ ຢ່າງລວມສູນຕາມລະບົບສາຍຕັ້ງ;
- ຄົ້ນຄວ້າ, ສ້າງ ແລະ ແນະນໍາ ວິທີການສ້າງແຜນງົບປະມານແຫ່ງລັດ ໃຫ້ຄັງເງິນແຫ່ງຊາດ ປະຈຳ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ໃນແຕ່ລະປີງົບປະມານ;
- ຄົ້ນຄວ້ານໍາສະເໜີ ຫົວໜ້າຄັງເງິນແຫ່ງຊາດ ໃນການແບ່ງປັນແຜນລາຍຈ່າຍ ຮັບໃຊ້ການເຄື່ອນໄຫວວຽກງານ ຂອງຄັງເງິນແຫ່ງຊາດ ລວມສູນຕາມລະບົບສາຍຕັ້ງ;
- ຊີ້ນຳ ວຽກງານການນຳໃຊ້ລະບົບບັນຊີຄູ່ ຂອງຫົວໜ່ວຍງົບປະມານ ຕາມປື້ມຄູ່ມື ການຖືບັນຊີຂອງຫົວໜ່ວຍງົບປະມານ ທີ່ນຳໃຊ້ ໃນພະແນກ ຈັດຕັ້ງ-ບໍລິຫານ ຄັງເງິນແຫ່ງຊາດ;
- ຄຸ້ມຄອງ, ຕິດຕາມ ແລະ ກວດກາ ງົບປະມານ, ສະຖານທີ່ເຮັດວຽກ, ພາຫະນະ ແລະ ວັດຖຸອຸປະກອນ ຮັບໃຊ້ຄັງເງິນແຫ່ງຊາດ ຕາມລະບົບສາຍຕັ້ງ;
- ສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນງົບປະມານ ໃຫ້ຫົວໜ່ວຍງົບປະມານຂັ້ນໜຶ່ງ ພະແນກການເງິນ ຫ້ອງການກະຊວງການເງິນ ເປັນ ເດືອນ, ງວດ ແລະ ປີ;
- ຮັບຜິດຊອບວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າຄັງເງິນແຫ່ງຊາດ, ແລະ ປະຕິບັດໜ້າທີ່ແທນໃນເວລາທີ່ຫົວໜ້າພະແນກບໍ່ຢູ່;
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
ທ່ານ ນິຄົມ ພົມມະຈັນ ຮອງຫົວໜ້າພະແນກພະແນກຈັດຕັ້ງ – ບໍລິຫານ ຮັບຜິດຊອບ:
ລົງເລິກ ໜ່ວຍງານ ຄຸ້ມຄອງສາງ;
- ຄົ້ນຄ້ວາ ແລະ ສ້າງລະບຽບການ ກ່ຽວກັບການຄຸ້ມຄອງ ,ຕິດຕາມ,ກວດກາ ລະບົບສາງ ໃນຄັງເງິນ ແຫ່ງຊາດ;
- ຊີ້ນຳໃນການຄຸ້ມຄອງ, ຕິດຕາມ, ສໍາເນົາ ແລະ ນໍາສົ່ງເອກະສານ ເຂົ້າ-ອອກ ສາງ ຂອງຄັງເງິນແຫ່ງຊາດ ໃຫ້ລວມສູນຢ່າງເປັນລະບົບ;
- ຕິດຕາມ ແລະ ກວດກາ ການຮັບເຄື່ອງເຂົ້າສາງ, ຈ່າຍອອກສາງ, ບັນທຶກບັນຊີ ໃນລະບົບ, ສະຫຼຸບ, ສົມທຽບ ແລະ ລາຍງານ ຄະນະນຳ ເປັນ ເດືອນ, ງວດ ແລະ ປີ;
- ຊຸກຍູ້, ຕິດຕາມກວດກາ ແລະ ແນະນໍາ ໃຫ້ຄັງເງິນແຫ່ງຊາດ ປະຈຳທ້ອງຖິ່ນ ກ່ຽວກັບ ການຄຸ້ມຄອງ ແລະ ເກັບມ້ຽນເອກະສານ ໃນສາງໃຫ້ເປັນລະບົບ ແລະ ມີຄວາມປອດໄພ;
- ຕິດຕາມ ປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ໃນການຈັດແບ່ງນັກຮຽນ ທີ່ລົງມາຝຶກງານຢູ່ຄັງເງິນແຫ່ງຊາດ ແລະ ປະເມີນຜົນ ໃຫ້ນັກຮຽນ ທີ່ລົງມາຝຶກງານ ຢູ່ພະແນກຈັດຕັ້ງ-ບໍລິຫານ;
- ປະສານ ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ວຽກງານການເຄື່ອນໄຫວ ສ້າງຂະບວນການຕ່າງໆ ເຊັ່ນ : ກິລາ , ສິນລະປະ ແລະ ກິດຈະກຳ ອະນາໄມ ທີ່ທາງກະຊວງ ແລະ ຄັງເງິນແຫ່ງຊາດ ໄດ້ຈັດຂື້ນເປັນແຕ່ລະໄລຍະ;
- ຮັບຜິດຊອບວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າຄັງເງິນແຫ່ງຊາດ ແລະ ປະຕິບັດໜ້າທີ່ແທນໃນ ເວລາທີ່ຫົວໜ້າພະແນກບໍ່ຢູ່;
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
ແບ່ງຄວາມຮັບຜິດຊອບ ຂັ້ນວິຊາການ
ກ. ໜ່ວຍງານ ຈັດຕັ້ງ ມີ 2 ສະຫາຍຄື :
- ທ່ານ ຄຳຫຼ້າ ໄຊຍະລາດ
- ຄຸ້ມຄອງ, ຕິດຕາມ ແລະ ກວດກາ ໃນການເລື່ອນຊັ້ນ-ຂັ້ນ ເງິນເດືອນ ພະນັກງານ-ລັດຖະກອນຄັງເງິນແຫ່ງຊາດ, ຄັງເງິນ ແຫ່ງຊາດປະຈຳແຂວງ, ນະຄອນຫຼວງ ສະເໜີ ກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ເພື່ອອະນຸມັດ.
- ເກັບກຳສະຖິຕິ ຈຳນວນພົນ, ຊີວະປະຫວັດການ ຂອງພະນັກງານຄັງເງິນແຫ່ງຊາດ,ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ;
- ເກັບກຳສະຖິຕິ ຕຳແໜ່ງບໍລິຫານ ຂອງຄັງເງິນແຫ່ງຊາດສູນກາງ, ຕຳແໜ່ງບໍລິຫານຄັງເງິນແຫ່ງຊາດປະຈຳແຂວງ ແລະ ນະຄອນຫຼວງ ປັບປຸງລາຍງານ ທຸກໆງວດໃນປີ;
- ຕິດຕາມ ການຂໍລາພັກປະຈຳປີ ຂອງພະນັກງານຄັງເງິນແຫ່ງຊາດ ຕາມກົດໜາຍພະນັກງານ-ລັດຖະກອນ, ແລ້ວລາຍງານໃຫ້ຄະນະນຳຄັງເງິນແຫ່ງຊາດ
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ຄະນະພະແນກ.
2. ນາງ ພອນປະເສີດ ພູວັນໂນ
- ຄຸ້ມຄອງ ຕິດຕາມຊີວະປະຫວັດ ແລະ ການເຄື່ອນໄຫວວຽກງານ ຂອງພະນັກງານ-ລັດຖະກອນ ຄັງເງິນແຫ່ງຊາດ ຕາມລະບົບສາຍຕັ້ງ ດ້ວຍລະບົບຊຸດຄຳສັ່ງ ການຄຸ້ມຄອງລັດຖະກອນລະບົບ (PIMS).
- ຮ່າງຂໍ້ຕົກລົງ ,ແຈ້ງຕອບ, ແຈ້ງລາຍຊື່ຕ່າງໆ ກ່ຽວກັບການໄປວຽກທາງການ, ເຂົ້າຮ່ວມກອງປະຊຸມ ຂອງທ່ານຫົວໜ້າຄັງເງິນແຫ່ງຊາດ, ນຳສົ່ງຕາມບັດເຊີນ , ສົ່ງໃຫ້ພາກສວ່ນກ່ຽວຂ້ອງ;
- ປະສານສົມທົບ ກັບ ຫອ້ງການກະຊວງການເງິນ ເພື່ອກະກຽມສະຖານທີ່ຈັດປະຊຸມ, ພົວພັນນັກຂ່າວ, ວຽກງານຮັບຕອ້ນແຂກ ຂອງຄັງເງິນແຫ່ງຊາດ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
ຂ. ໜ່ວຍງານ ບໍລິຫານ ມີ 02 ສະຫາຍຄື:
1 ທ່ານ ສີຫາ ໂຮມປັນຍາ
- ຮັບຜິດຊອບ ວຽກຄວັດກາຕ່າງໆ ຂອງຄັງເງິນແຫ່ງຊາດຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ;
- ຮັບຜິດຊອບ ວຽກງານການສ້າງສະໂນດນຳສົ່ງເອກະສານເກົ່າຂອງພະແນກ ສົ່ງເຂົ້າເກັບມ້ຽນໄວ້ສາງຄັງເງິນແຫ່ງຊາດ;
- ຮັບຜິດຊອບ ການ ຮັບ-ຈ່າຍເງິນນ້ຳມັນ (ເງິນສົດ+ໃບບົງ) ຂອງພະນັກງານ ຄັງເງິນແຫ່ງຊາດ;
- ຕິດຕາມ ການຊຳລະສະສາງບ້ວງເງິນຄ່າໄຟຟ້າ ຂອງຄັງເງິນແຫ່ງຊາດປະຈຳແຂວງ/ນະຄອນຫຼວງ ຂອບເຂດທົ່ວປະເທດ;
- ຈັດສົ່ງເອກະສານ ຂາອອກ ວຽກງານວິຊາສະເພາະຄັງເງິນແຫ່ງຊາດ ໃຫ້ບັນດາກົມອ້ອມຂ້າງກະຊວງການເງິນ, ບັນດາກະຊວງອອ້ມຂ້າງສູນກາງ ແລະ ສົ່ງໃຫ້ຄັງເງິນແຫ່ງຊາດປະຈຳແຂວງແລະນະຄອນຫຼວງ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
- ທ່ານ ນາງ ຈັນສະໄໝ ທິດາວົງ
- ຮັບຜິດຊອບ ກ່ຽວກັບທຸກໆເອກກະສານ ເຂົ້າ-ອອກຂອງຫົວໜ້າ ແລະ ຮອງຫົວໜ້າຄັງເງິນແຫ່ງຊາດ, ໃນເວລາເຂົ້າເຊັນ ຫຼື ພາຍຫຼັງທີ່ເພິ່ນເຊັນອອກມາແລ້ວ ມີຄຳເຫັນຕ່າງໆ ແຈກຢາຍໃຫ້ພະແນກທີ່ກ່ຽວຂ້ອງ ທັນກັບກຳນົດເວລາ;
- ວຽກງານຄຸ້ມຄອງແຈກຢາຍເອກກະສານໃຫ້ບັນດາພະແນກການອ້ອມຂ້າງ, ແລະ ເກັບມ້ຽນເອກະສານຂາເຂົ້າ-ຂາອອກ ຄັງເງິນແຫ່ງຊາດ ໃຫ້ເປັນລະບຽບ ແລະ ວຽກງານປະຊາສຳພັນ, ໂຄສະນາຕ່າງໆ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ;
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
ຂ ໜ່ວຍງານ ການເງິນ ງົບປະມານ ມີ 03 ສະຫາຍຄື :
1 ທ່ານ ນ. ບຸນສວຍ ແສງຄຳມີ
- ຮັບຜິດຊອບ ຕິດຕາມ ບັນທຶກບັນຊີເງິນສົດຕ່າງໆ ຂອງຄັງເງິນແຫ່ງຊາດ, ຕິດຕາມການເຄື່ອນໄຫວເງິນສົດ,ສົມທຽບກັບນາຍຄັງສົດ ທີ່ພະແນກຈັດຕັ້ງ-ບໍລິຫານຄຸ້ມຄອງ, ສະຫຼຸບ ຍອດເຫຼືອເງິນຕົວຈິງ ເປັນເດືອນ ງວດ ແລະ ປີ ລາຍງານຄະນະພະແນກ ແລະ ຄະນະນຳຄັງເງິນແຫ່ງຊາດ.
- ຕິດຕາມ ບັນຊີເງິນຕາຕ່າງປະເທດ, ສັງລວມລາຍຈ່າຍ ເງິນບໍລິຫານວິຊາການ (ຕາຕະລາງຈົດຮັບຈົດຈ່າຍ) ລວມທັງບັນຊີ 471000…ທີ່ພະແນກຈັດຕັ້ງ-ບໍລິຫານຄຸ້ມຄອງ, ສະຫຼຸບ ຍອດເຫຼືອທ້າຍ ເປັນເດືອນ,ງວດ, ປີ ລາຍງານຄະນະພະແນກ, ຄະນະນຳຄັງເງິນແຫ່ງຊາດ, ແລະ ຫ້ອງການກະຊວງ;
- ຂື້ນແຜນງົບປະມານ ກ່ຽວກັບການຈັດກອງປະຊຸມ, ຝຶກອົບຮົມ, ສຳມະນາຕ່າງໆ ແລະ ການໄປວຽກທາງການທີ່ກ່ຽວຂ້ອງກັບວຽກງານຄັງເງິນແຫ່ງຊາດ.
- ກະກຽມ ວາລະກອງປະຊຸມ, ການຝຶກອົບຮົມ ແລະ ຈັດສຳມະນາຕ່າງໆທີ່ກ່ຽວຂ້ອງກັບວຽກງານຄັງເງິນ, ສຳເນົາ, ແຈກຢາຍເອກະສານກອງປະຊຸມ ແລະ ວຽກງານອື່ນໆທີ່ປິ່ນອອ້ມ;
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະພະແນກ.
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
2 ທ່ານ ສຸກສະຫວັນ ແກ້ວສຸວັນ
- ຮັບຜິດຊອບ ເປັນນາຍຄັງເງິນສົດ ຄຸ້ມຄອງເງິນສົດ ບ້ວງຄັງວິຊາການ, ເງິນສົດແຮຄັງ ເງິນຊຸກຍູ້ອົງການຈັດຕັ້ງມະຫາຊົນຂອງຄັງເງິນແຫ່ງຊາດ,ສະຫຼຸບການເຄືຶອນໄຫວເງິນສົດ, ສົມທຽບເງິນສົດໃສ່ໃບຕິດຕາມກັບນາຍບັນຊີ ເພື່ອລາຍງານຄະນະພະແນກ ແລະ ຄະນະນຳຄັງເງິນແຫ່ງຊາດ ເປັນ ເດືອນ ງວດ ປີ ;
- ຮັບຜິດຊອບວຽກງານ ການນຳໃຊ້ລະບົບບັນຊີຄູ່, ຂອງຫົວໜ່ວຍງົບປະມານ ຕາມປື້ມຄູ່ມື ການຖືບັນຊີຂອງຫົວໜ່ວຍງົບປະມານ, ບັນທຶກບັນຊີລາຍຮັບ-ລາຍຈ່າຍ ງົບປະມານປົກກະຕິ ເປັນພາກ, ພາກສ່ວນ, ຮ່ວງ ແລະ ບັນຊີເງິນສົດ ປ້ອນເຂົ້າໃນລະບົບ ຂໍ້ມູນຂ່າວສານ (GFIS);
- ສ້າງແຜນລາຍຮັບ-ລາຍຈ່າຍງົບປະມານ ບໍລິຫານປົກກະຕິ , ຄັງວິຊາການ ປະຈຳປີ ຂອງຄັງເງິນແຫ່ງຊາດ ແລະ ແບ່ງປັນແຜນ ເງິນບໍລິຫານປົກກະຕິ ປະຈຳປີ ເພື່ອນຳສະເໜີ ຄະນະນຳຄັງເງິນແຫ່ງຊາດ ອະນຸມັດແບ່ງປັນໃຫ້ຄັງເງິນແຫ່ງຊາດ ປະຈຳແຂວງ/ນະຄອນຫຼວງ;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະພະແນກ;
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
3 ທ່ານ ນ. ຈີນດາ ຫຼວງພິທັກ
- ຮັບຜິດຊອບ ຄິດໄລ່ເງິນເດືອນ ເງິນບໍລິຫານ ເງິນນະໂຍບາຍ ດັດສົມ ຂອງຄັງເງິນສາຍຕັ້ງທົ່ວປະເທດ;
- ຄິດໄລ່ ສັງລວມ ສະຖິຕິເງິນເດືອນ, ເງິນນະໂຍບາຍ, ອຸດໜູນຂອງພະນັກງານຄັງເງິນແຫ່ງຊາດ ຕາມສາຍຕັ້ງ;
- ປະກອບເອກະສານ ການຈັດຕັ້ງປະຕິບັດ ຈົດຮັບ-ຈົດຈ່າຍ ງົບປະມານ ເງິນລາຍຮັບວິຊາການ ຕາມລະບຽບການ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ;
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
ຄ ໜ່ວຍງານ ຄຸ້ມຄອງສາງ ມີ 02 ສະຫາຍ
- ທ່ານ ສະໄຫວ ວົງສະຜ່າຍ
- ຮັບຜິດຊອບ ບັນຊີສາງ, ຕິດຕາມ ລົງບັນຊີຮັບ-ຈ່າຍເຄື່ອງໃຊ້ຫອ້ງການ, ວັດຖຸອຸປະກອນ, ແບບພິມ ແລະ ພາຫະນະຮັບໃຫ້ບັນດາພະແນກການອອ້ມຂ້າງຄັງເງິນແຫ່ງຊາດ, ແລະ ຄັງເງິນສາຍຕັ້ງ;
- ຮັບເອກະສານນຳສົ່ງ ເຊັ່ນ: ແບບຟອມຮັບໃຊ້ວຽກງານວິຊາສະເພາະຄັງເງິນ, ສໍາເນົາເອກະສານທາງການ, ວັດຖຸອຸປະກອນຮັບໃຊ້ ແລະ ອື່ນໆ;
- ປະສານສົມທົບ ກັບຄັງເງິນແຫ່ງຊາດປະຈຳແຂວງ ແລະ ນະຄອນຫຼວງ ສັງລວມຄວາມຕອ້ງການກ່ຽວກັບເຄື່ອງໃຊ້ຫອ້ງການ, ແບບພິມ ແລະ ວັດຖຸອຸປະກອນຕ່າງໆ, ສະເໜີ ຄະນະພະແນກ ອະນຸມັດເບີກຈ່າຍ;
- ສະຫຼຸບ ສັງລວມ ຍອດເຫຼືອເຄື່ອງໃຊ້ຫອ້ງການ, ວັດຖຸອຸປະກອນ, ແບບພິມ ແລະ ພາຫະນະຮັບໃຊ້ ລາຍງານຄະນະພະແນກເປັນເດືອນ, ງວດ ແລະ ປີ ສົມທຽບກັບ ນາຍສາງ;
- ກະກຽມ ສະຖານທີ່ເກັບສຳເນົາເອກະສານຕ່າງໆ ທີ່ສົ່ງເຂົ້າສາງໃນ ແຕ່ລະເດືອນ, ແຕ່ລະສົກປີ ໃຫ້ເປັນລະບຽບ, ມີຄວາມປອດໄພ, ມີຄວາມສະດວກໃນເມື່ອເວລາຄົ້ນຫາ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ;
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
- ທ່ານ ສົມພອນ ອູ່ວໍລະວົງ
- ຮັບຜິດຊອບ ນາຍສາງ, ຕິດຕາມ ແລະ ກວດກາ ການຮັບເຄື່ອງເຂົ້າສາງ, ຈ່າຍອອກສາງ, ບັນທຶກບັນຊີ ໃນລະບົບ, ສະຫຼຸບ, ສົມທຽບ ແລະ ລາຍງານ ເປັນ ເດືອນ, ງວດ ແລະ ປີ;
- ຮັບຜິດຊອບກະແຈສາງ ເຄື່ອງໃຊ້ຫ້ອງການ (ສາງໃຕ້ດິນ) , ຄຸ້ມຄອງກວດກາ ແລະ ຕິດຕາມການ ຮັບເຂົ້າ-ຈ່າຍອອກ ອຸປະກອນເຄື່ອງໃຊ້ໃນສາງ ໃນແຕ່ລະປະເພດ, ແຕ່ລະຊະນິດໃຫ້ລະອຽດ ແລະ ປົກປັກຮັກສາ ແລະ ເກັບມ້ຽນ ບັນດາເອກະສານໃນສາງ ຂອງຄັງເງິນແຫ່ງຊາດ ໃຫ້ເປັນລະບົບ ແລະ ມີຄວາມປອດໄພ;
- ສະຫຼູບ ສົມທຽບ ກັບ ນາຍບັນຊີສາງ, ໃນການຮັບເຂົ້າ-ຈ່າຍອອກ ແລະ ຍອດເຫຼືອຄ້າງ ວັດອຸປກອນເຄື່ອງໃຊ້ຕ່າງໆໃຫ້ລະອຽດ, ຖືກຕ້ອງ ເປັນເດືອນ,ງວດ ແລະ ປີ;
- ຄຸ້ມຄອງ ແລະ ແຈກຢາຍ ເຄື່ອງໃຊ້ຫ້ອງການ, ອຸປະກອນແບບພິມທີ່ຮັບໃຊ້ວຽກງານວິຊາສະເພາະພາຍໃນຄັງເງິນແຫ່ງຊາດ ແລະ ເບີກຈ່າຍໃຫ້ທ້ອງຖິ່ນຕາມການສະເໜີ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ;
- ສະຫຼູບສັງລວມວຽກງານທີ່ຕົນຮັບຜິດຊອບ ລາຍງານໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ;
ແບບແຜນວິທີເຮັດວຽກຂອງພະແນກຈັດຕັ້ງ,ບໍລິຫານ ແລະ ການເງິນ:
- ປະຕິບັດໜ້າທີ່ຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ປະຕິບັດຫຼັກການຫົວໜ້າດຽວຢ່າງເຂັ້ມງວດ;
- ມີການແບ່ງຄວາມຮັບຜິດຊອບ ຢ່າງຈະແຈ້ງ ໃນການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ຂອງຄະນະພະແນກ ແລະ ວິຊາການ;
- ການຊີ້ນຳ ຂອງຫົວໜ້າ ແລະ ຮອງຫົວໜ້າພະແນກ ເພື່ອແນະນຳ, ຕິດຕາມຊຸກຍູ້, ກວດກາ ການປະຕິບັດວຽກງານຂອງວິຊາການແຕ່ລະທ່ານ ຕາມພາລະບົດບາດ ໃຫ້ປະຕິບັດໂດຍໄວ ບໍ່ໃຫ້ແກ່ຍາວ ຖ້າມີບັນຫາ ຕ້ອງນຳປຶກສາຫາລືລາຍງານຕໍ່ຄະນະພະແນກ ເພື່ອຊອກວິທີແກ້ໄຂໃຫ້ຖືກຕ້ອງ ຕາມລະບຽບຫຼັກການຢ່າງທັນເວລາ;
- ວຽກງານວິຊາສະເພາະທີ່ໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍຈັດຕັ້ງປະຕິບັດ ຕ້ອງໄດ້ສະຫຼູບລາຍງານ ໃຫ້ຫົວໜ້າພະແນກ ເປັນແຕ່ລະເດືອນ, ຫຼັງຈາກນັ້ນຫົວໜ້າພະແນກຕ້ອງສະຫຼູບສັງລວມ ແລ້ວລາຍງານ ໃຫ້ຄະນະພັກ ຄະນຳຄັງເງິນແຫ່ງຊາດເປັນປົກກະຕິ;
- ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມແຜນຈຸດສຸມຂອງພະແນກ ທີ່ວາງອອກໃນແຕ່ລະໄລຍະ ມີການປະຊຸມສ່ອງແສງ ຕາມສະພາບຄວາມເປັນຈິງຂອງວຽກງານ ແລະ ເປັນເຈົ້າການໃນທຸກໆວຽກງານທີ່ປິ່ນອ້ອມ;