ໜ້າທີ່ ຂອງພະແນກ ບັນຊີສັງລວມ
- ຄົ້ນຄວ້າ ແລະ ສະເໜີປັບປຸງ ລະບຽບການບັນຊີແຫ່ງລັດ, ວິໄຈ ແລະ ຈັດວາງຜັງບັນຊີ ບົນພື້ນຖານການປະສານສົມທົບ ກັບກົມບັນຊີ ກະຊວງການເງິນ
- ສ້າງລະບຽບການ, ປັບປຸງກົນໄກ, ວິທີການ ແລະ ຄໍາແນະນໍາດ້ານວິຊາການ ກ່ຽວກັບການບັນຊີຄັງເງິນ
- ປະສານສົມທົບ ກັບພະແນກບໍລິການ ຄັງເງິນແຫ່ງຊາດ, ຄັງເງິນແຫ່ງຊາດປະຈຳນະຄອນຫລວງ, ແຂວງ ເພື່ອຕິດຕາມເກັບກຳສະພາບການປະຕິບັດວຽກງານບັນຊີຄັງເງິນ ເປັນ ວັນ, ເດືອນ, ງວດ ແລະ ປີ
- ຊຸກຍູ້, ຕິດຕາມ ແລະ ກວດກາການເຄື່ອນໄຫວບັນຊີຄັງເງິນ ຢູ່ຄັງເງິນແຫ່ງຊາດສູນກາງ ແລະ ທ້ອງຖິ່ນ
- ເປີດ ແລະ ປິດ ບັນຊີຍ່ອຍ ໃຫ້ແຕ່ລະໜ່ວຍງານ ພາຍໃນຄັງເງິນແຫ່ງຊາດ
- ຄຸ້ມຄອງ, ບັນທຶກ ບັນຊີພົວພັນພາຍໃນ ຮັບຊ່ວຍ-ຈ່າຍຊ່ວຍ ໃນຂອບເຂດທົ່ວປະເທດ; ຕິດຕາມ ກວດກາ ການສະຫຼຸບ, ສົມທຽບ ແລະ ໄລ່ລຽງ ເງິນເຄື່ອນຍ້າຍຕາມແຜນ, ເງິນຮັບຊ່ວຍ-ຈ່າຍຊ່ວຍ ເປັນ ວັນ, ເດືອນ, ງວດ ແລະ ປີ
- ສ້າງແຜນ ເຄື່ອນຍ້າຍເງິນ ຈາກສູນກາງຫາທ້ອງຖິ່ນ ແລະ ຈາກທ້ອງຖິ່ນຫາສູນກາງ ເປັນ ອາທິດ, ເດືອນ, ງວດ ແລະ ປີ
- ສະຫຼຸບລາຍງານ ໃບດຸ່ນດ່ຽງຊັບສິນ-ໜີ້ສິນ ດ້ານການເງິນ ໃນທົ່ວລະບົບບັນຊີຄັງເງິນ ໃນຂອບເຂດທົ່ວປະເທດ ເປັນ ວັນ, ອາທິດ, ເດືອນ, ງວດ ແລະ ປີ
- ສະຫຼຸບສັງລວມ ການເຄື່ອນໄຫວບັນຊີ ແລະ ເອກະສານລາຍງານຖານະການເງິນ ຂອງຄັງເງິນແຫ່ງຊາດໃນຂອບເຂດທົ່ວປະເທດ ເປັນ ອາທິດ, ເດືອນ, ງວດ, 6 ເດືອນ ແລະ ປີ ເພື່ອລາຍງານຂັ້ນເທິງ ແລະ ສົ່ງໃຫ້ ພະແນກແຜນການ ແລະ ບໍລິຫານແຫຼ່ງເງິນ
- ສະຫຼຸບ ສັງລວມ ຕົວເລກສູນໂມງ ລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ, ຄັງເງິນ ຜ່ານລະບົບບັນຊີຄັງເງິນແຫ່ງຊາດ ໂດຍແຍກໃຫ້ເຫັນ ຍອດເຫຼືອເງິນ, ໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ງົບປະມານ, ຄັງເງິນ ທັນຕາມກໍານົດເວລາ
- ເປັນເຈົ້າການ ປະຕິບັດບັນດາວຽກງານບັນຊີທ້າຍປີ ຂອງຄັງເງິນແຫ່ງຊາດ ໂດຍປະສານສົມທົບກັບພະແນກບໍລິການ ຄັງເງິນແຫ່ງຊາດ ແລະ ຄັງເງິນແຫ່ງຊາດປະຈໍານະຄອນຫຼວງ, ແຂວງ
- ປະສານສົມທົບ ກັບ ພະແນກຂໍ້ມູນຂ່າວສານ ໃນການຊຸກຍູ້, ຕິດຕາມກວດກາ ການເຄື່ອນໄຫວບັນຊີຄັງເງິນແຫ່ງຊາດ ແຕ່ສູນກາງ ລົງຮອດທ້ອງຖິ່ນ
- ສຳເນົາເອກະສານ ການເຄື່ອນໄຫວ ແລະ ສ້າງສະໂນດນຳສົ່ງ ເຂົ້າສາງເກັບມ້ຽນ
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ.
ໜ່ວຍງານ ແລະ ຕຳແໜ່ງ ຂອງພະແນກ ບັນຊີສັງລວມ
ຄະນະພະແນກບັນຊີສັງລວມ
- ທ່ານ ນາງ ຄຳໝາຍ ບຸນທະວີ ຫົວໜ້າພະແນກ
- ທ່ານ ເພັດສະໝອນ ໂພທິລາດ ຮອງຫົວໜ້າພະແນກ
- ທ່ານ ນິເວດ ຟອງແສງແກ້ວ ຮອງຫົວໜ້າພະແນກ
- ທ່ານ ນາງ ຂວັນແພງ ກຸນລະວົງ ຮອງຫົວໜ້າພະແນກ
ໜ່ວຍງານວິຊາການ
ໜ່ວຍງານບັນຊີສັງລວມ
- ທ່ານ ສີຫາ ໂຮມປັນຍາ ຫົວໜ້າໜ່ວຍງານ
- ທ່ານ ນ. ນົກນ້ອຍ ວົງໄຊ ວິຊາການ
ໜ່ວຍງານບັນຊີທ້ອງຖິ່ນ
- ທ່ານ ນາງ ຈິນດາວອນ ບຸດຕະວົງ ຫົວໜ້າໜ່ວຍງານ
- ທ່ານ ສັກປະເສີດ ຖານະວະດີ ວິຊາການ
- ທ່ານ ສະອາດ ຄຳມຸນທາ ວິຊາການ
ການແບ່ງຄວາມຮັບຜິດຊອບພາຍໃນພະແນກບັນຊີສັງລວມ
ຄະນະພະແນກ
- ທ່ານ ນາງ ການສິງທາວົງໄຊ ຫົວໜ້າພະແນກ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:
- ຊີ້ນໍາລວມດ້ານແນວຄິດການເມືອງ, ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານວິຊາສະເພາະຂອງແຕ່ ລະໜ່ວຍງານ ພາຍໃນພະແນກ.
- ຄົ້ນຄວ້ານິຕິກຳກ່ຽວກັບການບັນຊີຄັງເງິນ ແລະ ນິຕິກໍາອື່ນໆ.
- ລົງເລິກຊີ້ນຳວຽກງານການບັນຊີຄັງເງິນແຫ່ງຊາດ, ການສ້າງໃບດຸ່ນດ່ຽງທົ່ວປະເທດ, ການສ້າງໃບສະຫລຸບຊັບສິນ – ໜີ້ສິນ.
- ສ້າງແຜນການເຄື່ອນໄຫວວຽກງານວິຊາສະເພາະ ປະຈຳອາທິດ ພາຍໃນພະແນກ.
- ທ່ານ ບຸນຈັນ ມະນີວົງ ຮອງຫົວໜ້າພະແນກ ເປັນຜູ້ຊ່ວຍວຽກຫົວໜ້າພະແນກ, ມີໜ້າທີ່ຮັບຜິດຊອບ ລົງເລິກຊີ້ນໍາວຽກງານວິຊາສະເພາະ ໜ່ວຍງານ ບັນຊີສັງລວມ.
- ລົງເລິກຕິດຕາມ, ກວດກາການເຄື່ອນໄຫວ ວຽກງານການບັນຊີ ໃນລະບົບຄັງເງິນ, ການນໍາໃຊ້ລະຫັດບັນຊີ, ການດັດແກ້ບັນຊີ , ກວດກາບັນຊີພົວພັນລະຫວ່າງແຕ່ລະໜ່ວຍງານໃນລະບົບ GFIS ພາຍໃນຄັງເງິນແຫ່ງຊາດ (ບັນຊີ 59…) ໃຫ້ເຫລືອສູນ (0) ເປັນແຕ່ລະອາທິດ.
- ຮັບຜິດຊອບຊີ້ນໍາທຸກວຽກງານວິຊາສະເພາະ ຂອງໜ່ວຍງານບັນຊີສັງລວມ.
- ຕິດຕາມ, ປະເມີນຜົນ ໃຫ້ນັກຮຽນ ທີ່ລົງມາເຝິກງານ ຢູ່ພະແນກບັນຊີສັງລວມ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າພະແນກ.
- ທ່ານ ນິເວດ ຟອງແສງແກ້ວ ຮອງຫົວໜ້າພະແນກ ເປັນຜູ້ຊ່ວຍວຽກຫົວໜ້າພະແນກ, ມີໜ້າທີ່ຮັບຜິດ ຊອບ ລົງເລິກຊີ້ນໍາວຽກງານວິຊາສະເພາະ ໜ່ວຍງານບັນຊີທ້ອງຖິ່ນ.
- ສ້າງແຜນເຄື່ອນຍ້າຍ ເງິນເຂົ້າອອກຄັງ ລະຫວ່າງຄັງເງິນສູນກາງ ແລະ ທ້ອງຖິ່ນ ເປັນປະຈໍາອາທິດ,ເດືອນ, ງວດ ແລະ ປີ ເພື່ອສົ່ງໃຫ້ພະແນກບໍລິການ.
- ຮັບຜິດຊອບວຽກງານ ພົວພັນກັບທ້ອງຖິ່ນ, ກວດກາການເຄື່ອນໄຫວບັນຊີ ພົວພັນສູນກາງ – ທ້ອງຖິ່ນ (ບັນຊີ 39…) ທຽບໃສ່ບົດສະຫລຸບປະຈໍາອາທິດທີ່ແຂວງສົ່ງໃຫ້.
ໜ່ວຍງານວິຊາການ
ໜ່ວຍງານບັນຊີສັງລວມ
- ທ່ານ ສີຫາ ໂຮມປັນຍາ ຫົວໜ້າໜ່ວຍງານບັນຊີສັງລວມ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:
- ກວດກາການເຄື່ອນໄຫວບັນຊີ ໃນລະບົບ GFIS ຂອງຄັງເງິນແຫ່ງຊາດ, ກວດກາບັນຊີພົວພັນ (ບັນຊີ..) ລະຫວ່າງແຕ່ລະໜ່ວຍງານ ພາຍໃນລະບົບຄັງເງິນແຫ່ງຊາດ ໃຫ້ເຫລືອສູນ (0) ເປັນປະຈໍາວັນ, ອາທິດ, ເດືອນ, ປີ.
- ຕິດຕາມການປິດບັນຊີ, ການດັດແກ້ບັນຊີ ຂອງແຕ່ລະພະແນກການອ້ອມຂ້າງຄັງເງິນແຫ່ງຊາດ.
- ປະສານສົມທົບກັບ ສູນຂໍ້ມູນຂ່າວສານການເງິນ ກະຊວງການເງິນ (FITC) ໃນການເປີດນໍາໃຊ້ລະຫັດບັນຊີໃໝ່, ການຍົກເລີກເລກບັນຊີທີ່ບໍ່ໄດ້ເຄື່ອນໄຫວ ແລະ ການດັດແກ້ບັນຊີອື່ນໆ ໃນລະບົບ
- ພິມໃບດຸ່ນດ່ຽງທົ່ວລະບົບຄັງເງິນ ເປັນປະຈໍາເດືອນ, ງວດ, ປີ ເພື່ອເກັບຮັກສາ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າພະແນກ.
- ທ່ານ ນ. ນົກນ້ອຍ ວົງໄຊ ວິຊາການໜ່ວຍງານບັນຊີສັງລວມ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:
- ເກັບກໍາຂໍ້ມູນເພື່ອສັງລວມລາຍງານ ຕົວເລກລາຍຮັບ – ລາຍຈ່າຍງົບປະມານ, ຄັງເງິນທົ່ວປະເທດ ທຽບໃສ່ແຜນງົບປະມານປະຈໍາປີ ເປັນແຕ່ລະອາທິດ, ເດືອນ, ປີ ເພື່ອສະຫລຸບລາຍງານຂັ້ນເທິງໃຫ້ເປັນປົກກະຕິ.
- ປະຕິບັດວຽກງານບັນຊີທ້າຍປີ ກະກຽມຍົກຍອດບັນຊີ ພາຍໃນລະບົບ
- ເກັບສໍາເນົາ ບົດສະຫລຸບລາຍຮັບ – ລາຍຈ່າຍ ງົບປະມານ, ຄັງເງິນ ທົ່ວປະເທດ ພ້ອມດ້ວຍເອກະສານຊ້ອນທ້າຍ ໃຫ້ເປັນລະບຽບ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຫົວໜ້າພະແນກ.
ໜ່ວຍງານບັນຊີທ້ອງຖິ່ນ
- ທ່ານ ນາງ ຈິນດາວອນ ບຸດຕະວົງ ຫົວໜ້າໜ່ວຍງານບັນຊີທ້ອງຖິ່ນ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:
- ສັງລວມລາຍງານບັນຊີຄີກ ກ່ຽວກັບຍອດເຫລືອ ບັນຊີເງິນຝາກຂອງສູນກາງທີ່ເປີດຢູ່ທ້ອງຖິ່ນ ຕາມແຜນບັນຊີສໍາຮອງທະນາຄານ ທີ່ທ້ອງຖິ່ນແຟັກມາໃຫ້ ເດືອນລະສອງຄັ້ງຄື: ແຕ່ວັນທີ 01 ຫາ 15 ແລະ ແຕ່ວັນທີ 16 ຫາ ມື້ສຸດທ້າຍຂອງທຸກໆເດືອນ, ພ້ອມທັງໄລ່ລຽງສົມທຽບບັນຊີກັບແຂວງເປັນເດືອນ, ງວດ, ປີ.
- ລົງບັນຊີ 391 ຕິດຕາມການເຄື່ອນຍ້າຍເງິນດຸ່ນດ່ຽງໃຫ້ທ້ອງຖິ່ນ ຕາມແຜນງົບປະມານ.
- ລົງບັນຊີ 3920 ແລະ 3921 ຈ່າຍເຄື່ອນຍ້າຍຕາມໃບຖອນສູນກາງ ແລະ ຈ່າຍເຄື່ອນຍ້າຍຕາມແຊັກຄັງເງິນ ໃຫ້ທ້ອງຖິ່ນ, ພ້ອມທັງສົມທຽບບັນຊີພົວພັນ (ບັນຊີ 59…) ເພື່ອຮັບປະກັນຄວາມຖືກຕ້ອງໃນການລົງບັນຊີ.
- ພິມ ແລະ ເກັບຮັກສາ ປື້ມບັນຊີປະຈໍາວັນ, ໃບດຸ່ນດ່ຽງປະຈໍາວັນ, ເດືອນ, ງວດ ແລະ ປີ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
- ທ່ານ ສັກປະເສີດ ຖານະວະດີ ວິຊາການໜ່ວຍງານບັນຊີທ້ອງຖິ່ນ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:
- ລົງບັນຊີ 39 ຕິດຕາມບ້ວງສູນກາງຮັບຊ່ວຍ – ຈ່າຍຊ່ວຍແຂວງ ແລະ ແຂວງຮັບຊ່ວຍ – ຈ່າຍຊ່ວຍສູນກາງ, ຕິດຕາມການນໍາສົ່ງເອກະສານຮັບຊ່ວຍ – ຈ່າຍຊ່ວຍ, ໄລ່ລຽງສົມທຽບບັນຊີການຮັບຊ່ວຍ – ຈ່າຍຊ່ວຍກັບທ້ອງຖິ່ນ. ສ້າງແຜນເຄື່ອນຍ້າຍບ້ວງຮັບຊ່ວຍ – ຈ່າຍຊ່ວຍ ລະຫວ່າງສູນກາງ ແລະ ທ້ອງຖິ່ນເປັນປະຈຳເດືອນ.
- ພິມ ແລະ ເກັບຮັກສາ ປື້ມບັນຊີປະຈໍາວັນ, ໃບດຸ່ນດ່ຽງປະຈໍາວັນ, ເດືອນ, ງວດ ແລະ ປີ.
- ເລັ່ງທວງເອົາບົດສະຫລຸບການເບີກຈ່າຍເງິນເດືອນ ຜ່ານລະບົບຄັງເງິນປະຈໍາແຂວງ, ສັງລວມກະແສເງິນ ຈາກທ້ອງຖິ່ນ ເພື່ອສະຫລຸບລາຍງານ ຂັ້ນເທິງເປັນປະຈໍາອາທິດ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.
- ທ່ານ ສະອາດ ຄຳມຸນທາ ວິຊາການໜ່ວຍງານບັນຊີທ້ອງຖິ່ນ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:
- ເລັ່ງທວງເອົາບົດສະຫລຸບລາຍຮັບ – ລາຍຈ່າຍງົບປະມານ, ຄັງເງິນ ຂອງແຕ່ລະແຂວງ ເພື່ອສັງລວມລາຍງານຂັ້ນເທິງ ເປັນປະຈຳອາທິດ, ເດືອນ, ງວດ ແລະ ປີ.
- ສົມທຽບຕົວເລກລາຍຮັບ – ລາຍຈ່າຍງົບປະມານ ກັບພະແນກທ້ອງຖິ່ນ ຂອງກົມງົບປະມານ ເປັນປະຈຳອາທິດ, ເດືອນ, ງວດ ແລະ ປີ.
- ສົມທຽບຕົວເລກລາຍຮັບງົບປະມານ ທີ່ປະຕິບັດຢູ່ທ້ອງຖິ່ນ ກັບບັນດາກົມລາຍຮັບທີ່ກ່ຽວຂ້ອງ ເປັນປະຈໍາເດືອນ, ງວດ ແລະ ປີ.
- ພິມ ແລະ ເກັບຮັກສາ ບົດສະຫລຸບລາຍຮັບ – ລາຍຈ່າຍງົບປະມານ, ຄັງເງິນ ຂອງທ້ອງຖິ່ນ ເປັນປະຈໍາອາທິດ, ເດືອນ, ງວດ ແລະ ປີ, ພ້ອມທັງເອກະສານຊ້ອນທ້າຍທີ່ກ່ຽວຂ້ອງ.
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພະແນກ.