ຂັ້ນພະແນກ
- ທ່ານ ນ. ບົວເລິງຄິນ ດວງສະຫວັນ ຫົວໜ້າພະແນກ
ຮັບຜິດຊອບ ຊີ້ນຳລວມ ວຽກງານການເມືອງແນວຄິດ, ການຈັດຕັ້ງ ແລະ ວຽກງານວິຊາສະເພາະ; ລົງເລິກຂະແໜງແຜນການ ດັ່ງນີ້ :
- ຄົ້ນຄ້ວາ, ສ້າງ ແລະ ປັບປຸງແຜນງານພັດທະນາຄັງເງິນແຫ່ງຊາດ ໃຫ້ສອດຄ່ອງກັບແຜນການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນແຕ່ລະໄລຍະ ເພື່ອສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ;
- ສ້າງແຜນການ, ແຜນງານ ແລະ ໂຄງການລະອຽດ ໃນການເຄື່ອນໄຫວວຽກງານຄັງເງິນແຫ່ງຊາດ ເປັນແຕ່ລະ 2 ອາທິດ, ເດືອນ, ງວດ, ຫົກເດືອນ ແລະ ປີ;
- ສະຫລຸບສັງລວມລາຍງານ ສະພາບການເຄື່ອນໄຫວວຽກງານ ຂອງຄັງເງິນແຫ່ງຊາດ ເປັນແຕ່ລະເດືອນ, ງວດ, ຫົກເດືອນ ແລະ ປີ;
- ເຊັນຈ່າຍເງິນ ຕາມໃບຖອນເງິນ, ໃບຄຳສັ່ງຈ່າຍເງິນ, ແຊັກຄັງເງິນ ແລະ ບົດບັນທຶກກູ້ຢືມເງິນ.
- ຮັບຜິດຊອບຖືກຸນແຈສາງສາງເງິນສຳຮອງ, ເລກລະຫັດ ແລະ ຄຸ້ມຄອງ, ປົກປັກຮັກສາເງິນສົດ, ວັດຖຸມີຄ່າ, ເອກະສານມີຄ່າຄືເງິນ ແລະ ອື່ນໆ ບໍ່ໃຫ້ຕົກເຮ່ຍເສຍຫາຍ ໃຫ້ມີຄວາມປອດໄພ.
- ສະຫລຸບເງິນ ເຂົ້າ-ອອກ ຄັງສຳຮອງ ແລະ ຄັງປະຈຳວັນ ເປັນແຕ່ລະວັນ, ເດືອນ, ງວດ ແລະ ປີ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະນຳຄັງເງິນແຫ່ງຊາດ.
- ທ່ານພົງສັກ ພົນບຸນ ຮອງຫົວໜ້າພະແນກ
ຮັບຜິດຊອບຊ່ວຍວຽກຫົວໜ້າພະແນກ, ປະຈຳການແທນເວລາຫົວໜ້າບໍ່ຢູ່ ຫລື ໄປວຽກທາງການ, ລົງເລິກຊີ້ນຳຂະແໜງລະດົມທຶນ ປະຕິບັດໜ້າທີ່ ແລະ ຊ່ວຍວຽກ ດັ່ງນີ້ :
- ຄົ້ນຄ້ວາ, ສ້າງ ແລະ ປັບປຸງ ກົນໄກການຄຸ້ມຄອງ ແລະ ຈຳໜ່າຍພັນທະບັດ ຄັງເງິນ;
- ຄົ້ນຄ້ວາ, ນໍາສະເໜີອອກພັນທະບັດຄັງເງິນ ຕາມການຕົກລົງເຫັນດີຂອງ ລັດຖະມົນຕີກະຊວງການເງິນ;
- ເຂົ້າຮ່ວມຕິດຕາມ ການເປີດຊອງຈຳໜ່າຍພັນທະບັດ ຢູ່ທະນາຄານແຫ່ງ ສປປ ລາວ;
- ສ້າງແຜນ ການຊຳລະຕົ້ນທຶນ ແລະ ດອກເບັ້ຍພັນທະບັດຄັງເງິນ ເປັນແຕ່ລະເດືອນ, ງວດ, ຫົກເດືອນຕົ້ນປີ, ຫົກເດືອນທ້າຍປີ ແລະ ປະຈຳປີ.
- ຕິດຕາມ, ສະຫລຸບ, ສົມທຽບ ການຈຳໜ່າຍ, ການຊຳລະຕົ້ນທຶນ+ດອກເບັ້ຍ ພັນທະບັດຄັງເງິນ ກັບ ພາກສ່ວນກ່ຽວຂ້ອງ ເປັນແຕ່ລະເດືອນ, ງວດ ແລະ ປີ;
- ສະຫລຸບສັງລວມລາຍງານ ສະພາບການເຄື່ອນໄຫວວຽກງານ ຂອງຄັງເງິນແຫ່ງຊາດ ເປັນແຕ່ລະເດືອນ, ງວດ, ຫົກເດືອນ ແລະ ປີ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຄະນະນຳຄັງເງິນແຫ່ງຊາດ.
- ທ່ານ ພູຈັນ ແກ້ວປະເສີດ ຮອງຫົວໜ້າພະແນກ
ຮັບຜິດຊອບວຽກຊ່ວຍວຽກຫົວໜ້າພະແນກ, ປະຈຳການແທນເວລາຫົວໜ້າບໍ່ຢູ່ ຫລື ໄປວຽກທາງການ, ລົງເລິກຊີ້ນໍາ ຂະແໜງຄັງເງິນສົດ ປະຕິບັດໜ້າທີ່ ແລະ ຊ່ວຍວຽກຂອງ ຂະແໜງບໍລິຫານແຫຼ່ງເງິນ ດັ່ງນີ້ :
- ຮັບຜິດຊອບຖືກຸນແຈສາງເງິນປະຈຳວັນ, ເລກລະຫັດ, ຄຸ້ມຄອງ, ປົກປັກຮັກສາເງິນສົດ, ວັດຖຸມີຄ່າ, ເອກະສານມີຄ່າຄືເງິນ ແລະ ອື່ນໆ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ໃຫ້ມີຄວາມປອດໄພ ແລະ ຮັກສາຄວາມລັບທາງລັດຖະການ.
- ສ້າງແຜນເຄື່ອນຍ້າຍເງິນສົດ ແລະ ດັດສົມເງິນສົດ ໃຫ້ມີຄວາມຄ່ອງຕົວ ຕາມລະບຽບການ;
- ຮັບ-ຈ່າຍ ແລະ ສະຫລຸບເງິນເຂົ້າ-ອອກ ຄັງສຳຮອງ, ຄັງປະຈໍາວັນ ເປັນແຕ່ລະວັນ, ເດືອນ, ງວດ ແລະ ປີ.
- ເຊັນຈ່າຍເງິນອອກຄັງ ຕາມເອກະສານຢັ້ງຢືນ ເຊັ່ນ : ໃບຖອນເງິນ, ໃບຄຳສັ່ງຈ່າຍເງິນ, ແຊັກຄັງເງິນ ແລະ ບົດບັນທຶກກູ້ຢືມເງິນ;
- ຮັບ-ຈ່າຍເງິນ ເຂົ້າ-ອອກ ຄັງປະຈຳວັນ ຫລື ຄັງສຳຮອງ;
- ກວດນັບເງິນສົດ ສົມທຽບກັບເອກະສານຢັ້ງຢືນການມອບເງິນ, ບັນທຶກບັນຊີເຂົ້າໃນລະບົບຂໍ້ມູນຂ່າວສານການເງິນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
- ສະຫລຸບ ການຮັບ-ຈ່າຍ ເງິນສົດເປັນ ວັນ, ເດືອນ, ງວດ ແລະ ປີ ເພື່ອສົມທຽບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສົມທຽບຍອດເຫລືອເງິນບັນຊີ ກັບ ຍອດເຫລືອເງິນຕົວຈິງ ຢູ່ຄັງປະຈຳວັນ ແລະ ຄັງສຳຮອງ ໃຫ້ຖືກຕ້ອງແລະ ຄົບຖ້ວນ.
- ພິມສະໂນດນຳສົ່ງເອກະສານທີ່ຢັ້ງຢືນເຖິງການເບີກຈ່າຍເງິນໃນແຕ່ລະວັນ ຂັດຕິດກັບເອກະສານຢັ້ງຢືນ ແລ້ວນຳສົ່ງໃຫ້ພະແນກບໍລິການຄັງເງິນ ເພື່ອປົດບັນຊີ.
- ຄຸ້ມຄອງ, ຕິດຕາມ ແລະ ຄາດຄະເນກະແສເງິນສົດ ໃນລະບົບຄັງເງິນແຫ່ງຊາດ ເພື່ອເປັນຂໍ້ມູນໃນການບໍລິຫານແຫຼ່ງເງິນ ໃຫ້ມີສະພາບຄ່ອງ.
- ສ້າງແຜນຈັດສັນ ລາຍຮັບ-ລາຍຈ່າຍ ງົບປະມານ ແລະ ຕິດຕາມ ກວດກາ ການປະຕິບັດແຜນຈັດສັນເປັນແຕ່ລະອາທິດ, ເດືອນ, ງວດ ແລະ ປີ.
- ຄົ້ນຄ້ວາ, ສ້າງ ແລະ ຈັດຕັ້ງປະຕິບັດ ວຽກງານພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບວຽກງານຄັງເງິນແຫ່ງຊາດ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຄະນະນຳຄັງເງິນແຫ່ງຊາດ.
- ທ່ານ ວຽງສອນ ເພັດສີນວນ ຮອງຫົວໜ້າພະແນກ
ຮັບຜິດຊອບວຽກຊ່ວຍວຽກຫົວໜ້າພະແນກ, ປະຈຳການແທນເວລາຫົວໜ້າບໍ່ຢູ່ ຫລື ໄປວຽກທາງການ, ລົງເລິກຊີ້ນໍາ ຂະແໜງບໍລິຫານແຫຼ່ງເງິນ ແລະ ວຽກງານຮ່ວມມື, ປະຕິບັດໜ້າທີ່ ດັ່ງນີ້ :
- ຄົ້ນຄ້ວາສ້າງລະບຽບການ, ປັບປຸງກົນໄກ ແລະ ວິທີການ ກ່ຽວກັບການບໍລິຫານແຫຼ່ງເງິນ ໃນລະບົບຄັງເງິນແຫ່ງຊາດ;
- ຄຸ້ມຄອງ, ຕິດຕາມ ແລະ ຄາດຄະເນກະແສເງິນ ໃນລະບົບຄັງເງິນແຫ່ງຊາດ ເພື່ອເປັນຂໍ້ມູນໃນການບໍລິຫານແຫຼ່ງເງິນ ໃຫ້ມີຄວາມຄ່ອງຕົວ;
- ຄົ້ນຄ້ວາ, ຄິດໄລ່ ແລະ ວິໄຈ ຄວາມສ່ຽງ ກ່ຽວກັບການນໍາໃຊ້ແຫຼ່ງເງິນຂອງລັດ ຢູ່ບັນຊີເງິນຝາກຄັງເງິນ, ເງິນຄໍ້າປະກັນ ແລະ ບັນຊີອື່ນໆ ທີ່ສາມາດນໍາໄປລົງທຶນດ້ານການເງິນໄລຍະສັ້ນໜຶ່ງປີລົງມາ ເພື່ອລາຍງານຄະນະນຳຄັງເງິນແຫ່ງຊາດ ຄົ້ນຄ້ວາສະເໜີຕໍ່ລັດຖະມົນຕີກະຊວງການເງິນພິຈາລະນາ.
- ປະສານສົມທົບ ກັບ ກົມງົບປະມານແຫ່ງລັດ ແລະ ບັນດາກົມລາຍຮັບ ເພື່ອສ້າງແຜນຄາດຄະເນ ລາຍຮັບ-ລາຍຈ່າຍ ເປັນແຕ່ລະເດືອນ, ງວດ ແລະ ປີ;
- ສ້າງແຜນຈັດສັນ ລາຍຮັບ-ລາຍຈ່າຍ ງົບປະມານ ແລະ ຕິດຕາມ ກວດກາ ການປະຕິບັດແຜນຈັດສັນເປັນແຕ່ລະອາທິດ, ເດືອນ, ງວດ ແລະ ປີ;
- ຄົ້ນຄ້ວາ, ສ້າງ ແລະ ຈັດຕັ້ງປະຕິບັດ ວຽກງານພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບວຽກງານຄັງເງິນແຫ່ງຊາດ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຄະນະນຳຄັງເງິນແຫ່ງຊາດ.
ຂັ້ນວິຊາການ
- ຂະແໜງແຜນການ :
1). ທ່ານ ນ. ລິດຕີໄຊ ວົງວານໄຊ ຮັບຜິດຊອບ :
- ສ້າງແຜນການ, ແຜນງານ ແລະ ໂຄງການລະອຽດ ໃນການເຄື່ອນໄຫວວຽກງານຄັງເງິນແຫ່ງຊາດ ເປັນແຕ່ລະ 2 ອາທິດ, ເດືອນ, ງວດ, ຫົກເດືອນ ແລະ ປີ;
- ສະຫລຸບສັງລວມລາຍງານ ສະພາບການເຄື່ອນໄຫວວຽກງານ ຂອງຄັງເງິນແຫ່ງຊາດ ເປັນແຕ່ລະເດືອນ, ງວດ, ຫົກເດືອນ ແລະ ປີ;
- ປະສານສົມທົບ ກັບ ບັນດາພະແນກອ້ອມຂ້າງຄັງເງິນແຫ່ງຊາດ ເພື່ອສ້າງແຜນວຽກຈຸດສຸມ ໃນແຕ່ລະ 2 ອາທິດ;
- ເຂົ້າຮ່ວມສ່ອງແສງແຜນວຽກຈຸດສຸມໃນແຕ່ລະ 2 ອາທິດ;
- ປະສານສົມທົບ ວຽກງານພົວພັນຮ່ວມມືສອງຝ່າຍ ກັບ ຄັງເງິນແຫ່ງລັດ ສ.ສ.ຫວຽດນາມ;
- ຮັບຜິດຊອບວຽກງານບໍລິຫານຕ່າງໆຂອງພະແນກ;
- ຕິດຕາມ, ສໍາເນົາ ເກັບມ້ຽນເອກະສານ ຂາອອກ-ຂາເຂົ້າ ຂອງພະແນກ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
2). ທ່ານ ຈັນທະວົງ ພົມມະບຸດດີ ຮັບຜິດຊອບ :
- ສ້າງແຜນການ, ແຜນງານ ແລະ ໂຄງການລະອຽດ ໃນການເຄື່ອນໄຫວວຽກງານຄັງເງິນແຫ່ງຊາດ ເປັນແຕ່ລະ 2 ອາທິດ, ເດືອນ, ງວດ, ຫົກເດືອນ ແລະ ປີ;
- ສະຫລຸບສັງລວມລາຍງານ ສະພາບການເຄື່ອນໄຫວວຽກງານ ຂອງຄັງເງິນແຫ່ງຊາດ ເປັນແຕ່ລະເດືອນ, ງວດ, ຫົກເດືອນ ແລະ ປີ;
- ປະສານສົມທົບ ກັບ ບັນດາພະແນກອ້ອມຂ້າງຄັງເງິນແຫ່ງຊາດ ເພື່ອສ້າງແຜນວຽກຈຸດສຸມ ໃນແຕ່ລະ 2 ອາທິດ;
- ປະສານສົມທົບ ວຽກງານພົວພັນຮ່ວມມືສອງຝ່າຍ ກັບ ຄັງເງິນແຫ່ງລັດ ສ.ສ.ຫວຽດນາມ;
- ເຂົ້າຮ່ວມສ່ອງແສງແຜນວຽກຈຸດສຸມໃນແຕ່ລະ 2 ອາທິດ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
- ຂະແໜງລະດົມທຶນ
1). ທ່ານ ຈັນທະສິນ ແພງສົມບັດ ຮັບຜິດຊອບ :
- ຄົ້ນຄ້ວາ, ສ້າງ ແລະ ປັບປຸງ ກົນໄກການຄຸ້ມຄອງ ແລະ ຈຳໜ່າຍພັນທະບັດ ຄັງເງິນ;
- ຄົ້ນຄ້ວາ, ນໍາສະເໜີອອກພັນທະບັດຄັງເງິນ ຕາມການຕົກລົງເຫັນດີຂອງ ລັດຖະມົນຕີກະຊວງການເງິນ;
- ປ້ອນຂໍ້ມູນພັນທະບັດເຂົ້າໃນລະບົບ DMFAS.
- ຕິດຕາມ, ສະຫລຸບ, ສົມທຽບ ການຈຳໜ່າຍ, ການຊຳລະຕົ້ນທຶນ ແລະ ດອກບັ້ຍພັນທະບັດຄັງເງິນ ກັບພາກສ່ວນທີ່ກ່ຽວຂ້ອງເປັນແຕ່ ເດືອນ, ງວດ ແລະ ປີ;
- ເຂົ້າຮ່ວມຕິດຕາມ ການເປີດຊອງຈຳໜ່າຍພັນທະບັດ ຢູ່ທະນາຄານແຫ່ງ ສປປ ລາວ;
- ຂຶ້ນແຜນ, ຕິດຕາມ ການຊຳລະຕົ້ນທຶນ ແລະ ດອກເບັ້ຍ ພັນທະບັດ ເປັນແຕ່ລະເດືອນ, ງວດ, 6 ເດືອນຕົ້ນປີ6 ເດືອນທ້າຍປີ ແລະ ປະຈຳປີ.
ນອກຈາກນັ້ນໃຫ້ຮັບຜິດຊອບຊ່ວຍວຽກຂອງ ຂະແໜງບໍລິຫານແຫຼ່ງເງິນແລະຮ່ວມມື ດັ່ງນີ້ :
- ຄົ້ນຄ້ວາ ສ້າງລະບຽບການ, ປັບປຸງກົນໄກ ແລະ ວິທີການ ກ່ຽວກັບການບໍລິຫານແຫຼ່ງເງິນ ໃນລະບົບຄັງ ເງິນແຫ່ງຊາດ;
- ຄຸ້ມຄອງ, ຕິດຕາມ ແລະ ຄາດຄະເນກະແສເງິນ ເປັນເດືອນ, ງວດ ແລະ ປີ ໃນລະບົບຄັງເງິນແຫ່ງຊາດ ເພື່ອ ເປັນຂໍ້ມູນໃນການບໍລິຫານແຫຼ່ງເງິນ ໃຫ້ມີຄວາມຄ່ອງຕົວ;
- ປະສານສົມທົບ ກັບ ກົມງົບປະມານແຫ່ງລັດ, ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ແລະ ພະແນກ ການທີ່ກ່ຽວຂ້ອງຂອງຄັງເງິນແຫ່ງຊາດ ເພື່ອສ້າງແຜນຈັດສັນ ລາຍຮັບ-ລາຍຈ່າຍ ປະຈຳອາທິດ
- ຄົ້ນຄ້ວາ, ຄິດໄລ່ ແລະ ວິໄຈ ຄວາມສ່ຽງ ກ່ຽວກັບການນໍາໃຊ້ແຫຼ່ງເງິນຂອງລັດ ຢູ່ບັນຊີເງິນຝາກຄັງເງິນ, ເງິນຄໍ້າປະກັນ ແລະ ບັນຊີອື່ນໆ ທີ່ສາມາດນໍາໄປລົງທຶນດ້ານການເງິນໄລຍະສັ້ນໜຶ່ງປີລົງມາ ເພື່ອລາຍງານຄະນະນຳຄັງເງິນແຫ່ງຊາດ ຄົ້ນຄ້ວາສະເໜີຕໍ່ລັດຖະມົນຕີກະຊວງການເງິນພິຈາລະນາ.
- ປະສານສົມທົບ, ພົວພັນ ຮ່ວມມື ກັບ ອົງການຈັດຕັ້ງສາກົນ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
2). ທ່ານ ນາງ ຈັນສະໝອນ ດວງຄຳມີ ຮັບຜິດຊອບ :
- ຕິດຕາມ, ສະຫລຸບ, ສົມທຽບ ການຈຳໜ່າຍ, ການຊຳລະຕົ້ນທຶນ ແລະ ດອກບັ້ຍພັນທະບັດຄັງເງິນ ກັບພາກສ່ວນທີ່ກ່ຽວຂ້ອງເປັນແຕ່ ເດືອນ, ງວດ ແລະ ປີ;
- ຂຶ້ນແຜນ, ຕິດຕາມ ການຊຳລະຕົ້ນທຶນ ແລະ ດອກເບັ້ຍ ພັນທະບັດ ເປັນແຕ່ລະເດືອນ, ງວດ, 6 ເດືອນຕົ້ນປີ6 ເດືອນທ້າຍປີ ແລະ ປະຈຳປີ;
- ປ້ອນຂໍ້ມູນພັນທະບັດເຂົ້າໃນລະບົບ DMFAS;
- ເຂົ້າຮ່ວມຕິດຕາມ ການເປີດຊອງຈຳໜ່າຍພັນທະບັດ ຢູ່ທະນາຄານແຫ່ງ ສປປ ລາວ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
3). ທ່ານ ນ. ວິດາວັນ ວັດທະນາໄລ ຮັບຜິດຊອບ :
- ຄຸ້ມຄອງ, ຕິດຕາມ ໃບພັນທະບັດ ທີ່ຍັງບໍ່ທັນໄດ້ນຳໃຊ້, ເກັບສຳເນົາ ໃບພັນທະບັດ ທີ່ອອກຈຳໜ່າຍແລ້ວ ແລະ ຮັກສາຫົວຂັ້ນພັນທະບັດ;
- ປ້ອນຂໍ້ມູນພັນທະບັດເຂົ້າໃນລະບົບ DMFAS;
- ເປັນນາຍຄັງປະຈຳວັນ ຮັບສະໂນດນຳສົ່ງເອກະສານຈາກພະແນກບໍລິການຄັງເງິນ, ເບີກຈ່າຍເງິນສົດອອກຈາກຄັງ ສົມທຽບໃສ່ກັບເອກະສານຢັ້ງຢືນການຂໍຖອນເງິນທີ່ໄດ້ເກັບສຳເນົາໄວ້ໃນແຕ່ລະວັນໃຫ້ຖືກຕ້ອງ;
- ບັນທຶກບັນຊີການເບີກຈ່າຍເງິນສົດອອກຈາກຄັງປະຈຳວັນ ເປັນແຕ່ລະລາຍການ ຕາມເອກະສານຢັ້ງຢືນຕົວຈິງ ເຂົ້າໃນລະບົບ GFIS ໃຫ້ຄົບຖ້ວນ ແລະ ຖືກຕ້ອງ;
- ພິມໃບດຸ່ນດ່ຽງປະຈຳວັນ, ເດືອນ, ງວດ, ປີ ແລະ ເກັບສຳເນົາເອກະສານຢັ້ງຢືນການຈ່າຍເງິນສົດອອກຄັງ;ນອກຈາກນັ້ນໃຫ້ຮັບຜິດຊອບຊ່ວຍວຽກຂອງຂະແໜງເງິນສົດ ດັ່ງນີ້ :
- ເປັນນາຍຄັງປະຈຳວັນ ຮັບສະໂນດນຳສົ່ງເອກະສານຈາກພະແນກບໍລິການຄັງເງິນ, ເບີກຈ່າຍເງິນສົດອອກຈາກຄັງ ສົມທຽບໃສ່ກັບເອກະສານຢັ້ງຢືນການຂໍຖອນເງິນ ໃນແຕ່ລະວັນໃຫ້ຖືກຕ້ອງ;
- ບັນທຶກບັນຊີການເບີກຈ່າຍເງິນສົດອອກຈາກຄັງປະຈຳວັນ ເປັນແຕ່ລະລາຍການ ຕາມເອກະສານຢັ້ງຢືນຕົວຈິງ ເຂົ້າໃນລະບົບຂໍ້ມູນຂ່າວສານການເງິນໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
- ພິມສະໂນດນຳສົ່ງເອກະສານ ຢັ້ງຢືນການເບີກຈ່າຍເງິນໃນແຕ່ລະວັນ ຂັດຕິດໃສ່ກັບເອກະສານ ສົ່ງໃຫ້ພະແນກບໍລິການຄັງເງິນ ເພື່ອປົດບັນຊີ;
- ກວດກາ, ສະຫລຸບ ສົມທຽບ ບັນຊີພົວພັນ ( ບັນຊີ 59…) ກັບ ພະແນກບໍລິການຄັງເງິນ ແລະ ພິມໃບດຸ່ນດ່ຽງປະຈຳວັນ, ເດືອນ , ງວດ ແລະ ປີ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
- ຂະແໜງບໍລິຫານແຫຼ່ງເງິນ ແລະ ການຮ່ວມມື :
2). ທ່ານ ນ. ວາດສະໜາ ຄຳພານິດ
- ຄົ້ນຄ້ວາ ສ້າງລະບຽບການ, ປັບປຸງກົນໄກ ແລະ ວິທີການ ກ່ຽວກັບການບໍລິຫານແຫຼ່ງເງິນ ໃນລະບົບຄັງ ເງິນແຫ່ງຊາດ;
- ຄຸ້ມຄອງ, ຕິດຕາມ ແລະ ຄາດຄະເນກະແສເງິນ ເປັນເດືອນ, ງວດ ແລະ ປີ ໃນລະບົບຄັງເງິນແຫ່ງຊາດ ເພື່ອ ເປັນຂໍ້ມູນໃນການບໍລິຫານແຫຼ່ງເງິນ ໃຫ້ມີຄວາມຄ່ອງຕົວ;
- ປະສານສົມທົບ ກັບ ກົມງົບປະມານແຫ່ງລັດ, ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ແລະ ພະແນກ ການທີ່ກ່ຽວຂ້ອງຂອງຄັງເງິນແຫ່ງຊາດ ເພື່ອສ້າງແຜນຈັດສັນ ລາຍຮັບ-ລາຍຈ່າຍ ປະຈຳອາທິດ
- ຄົ້ນຄ້ວາ, ຄິດໄລ່ ແລະ ວິໄຈ ຄວາມສ່ຽງ ກ່ຽວກັບການນໍາໃຊ້ແຫຼ່ງເງິນຂອງລັດ ຢູ່ບັນຊີເງິນຝາກຄັງເງິນ, ເງິນຄໍ້າປະກັນ ແລະ ບັນຊີອື່ນໆ ທີ່ສາມາດນໍາໄປລົງທຶນດ້ານການເງິນໄລຍະສັ້ນໜຶ່ງປີລົງມາ ເພື່ອລາຍງານຄະນະນຳຄັງເງິນແຫ່ງຊາດ ຄົ້ນຄ້ວາສະເໜີຕໍ່ລັດຖະມົນຕີກະຊວງການເງິນພິຈາລະນາ.
- ຕິດຕາມຍອດເຫລືອບັນຊີເງິນຝາກງົບປະມານ, ຍອດເຫລືອເງິນສົດ ຂອງສູນກາງ ແລະ ທ້ອງຖິ່ນ;
- ຄຸ້ມຄອງ, ກວດກາ, ຕິດຕາມ ວຽກງານບັນຊີລວມສູນຄັງເງິນແຫ່ງຊາດ ( TSA );
- ປະສານສົມທົບ, ພົວພັນ ຮ່ວມມື ກັບ ອົງການຈັດຕັ້ງສາກົນ ແລະ ວຽກງານຮ່ວມມືສອງຝ່າຍ ກັບ ຄັງເງິນແຫ່ງລັດ ສສ ຫວຽດນາມ;
- ສະຫລຸບຍອດເຫລືອເງິນຝາກຢູ່ລະບົບທະນາຄານ ແລະ ຍອດເຫລືອຢູ່ຄັງເງິນສົດ ເພື່ອລາຍງານຄະນະນຳກະຊວງການເງິນທາງອີເມວ ແລະ ຫ້ອງການລັດຖະບານ ທາງເວບ I-Report ເປັນແຕ່ລະວັນ;
- ສັງລວມ ການເຄື່ອນໄຫວຍອດເຫລືອເງິນຝາກຢູ່ລະບົບທະນາຄານ ທີ່ສາມາດຈ່າຍໄດ້ ເພື່ອສະໜອງໃນການສ້າງແຜນຈັດສັນປະຈຳອາທິດ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
3). ທ່ານ ບຸນລອດ
- ປະສານສົມທົບ ກັບ ກົມງົບປະມານແຫ່ງລັດ, ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ແລະ ພະແນກ ການທີ່ກ່ຽວຂ້ອງຂອງຄັງເງິນແຫ່ງຊາດ ເພື່ອສ້າງແຜນຈັດສັນ ລາຍຮັບ-ລາຍຈ່າຍ ປະຈຳອາທິດ
- ຄຸ້ມຄອງ ຕິດຕາມ, ການສະເໜີຂໍເປີດບັນຊີຂອງບັນດາຫົວໜ່ວຍງົບປະມານ ທີ່ນຳໃຊ້ເງິນຊ່ວຍເຫລືອທາງການ ເພື່ອການພັດທະນາ ຢູ່ບັນດາທະນາຄານທຸລະກິດ;
- ສັງລວມບັນຊີເງິນຝາກຂອງຫົວໜ່ວຍງົບປະມານ, ກອງທຶນ ແລະ ອົງການຈັດຕັ້ງຂອງລັດ ທີ່ໄດ້ຮັບອະນຸຍາດເປີດ ແລະ ເຄື່ອນໄຫວຢູ່ທະນາຄານ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
4). ນາງ ວິລາວັນ ສຸກຜາລີ
- ຕິດຕາມຍອດເຫລືອບັນຊີເງິນຝາກງົບປະມານຢູ່ທະນາຄານ, ຍອດເຫລືອເງິນສົດ ຂອງສູນກາງ ແລະ ທ້ອງຖິ່ນ;
- ຄຸ້ມຄອງ, ກວດກາ, ຕິດຕາມ ວຽກງານບັນຊີລວມສູນຄັງເງິນແຫ່ງຊາດ;
- ຄຸ້ມຄອງ ຕິດຕາມ, ການສະເໜີຂໍເປີດບັນຊີຂອງບັນດາຫົວໜ່ວຍງົບປະມານ ທີ່ນຳໃຊ້ເງິນຊ່ວຍເຫລືອທາງການ ເພື່ອການພັດທະນາ ຢູ່ບັນດາທະນາຄານທຸລະກິດ;
- ສະຫລຸບຍອດເຫລືອເງິນຝາກຢູ່ລະບົບທະນາຄານ ແລະ ຍອດເຫລືອຢູ່ຄັງເງິນສົດ ເພື່ອລາຍງານຄະນະນຳກະຊວງການເງິນທາງອີເມວ ແລະ ຫ້ອງການລັດຖະບານ ທາງເວບ I-Report ເປັນແຕ່ລະວັນ;
- ສັງລວມ ການເຄື່ອນໄຫວຍອດເຫລືອເງິນຝາກຢູ່ລະບົບທະນາຄານ ທີ່ສາມາດຈ່າຍໄດ້ ເພື່ອສະໜອງໃນການສ້າງແຜນຈັດສັນປະຈຳອາທິດ;
2). ທ່ານ ນາງ ປະທຸມທິບ ຄຸນທາລີວົງ ວິຊາການ ( ໄປຮຽນຕໍ່ທີ່ປະເທດ ອົສຕຣາເລຍ )
- ຂະແໜງຄັງເງິນສົດ :
1). ທ່ານ ສະອາດ ຄຳມູນທາ ຮັບຜິດຊອບ :
- ສ້າງແຜນເຄື່ອນຍ້າຍເງິນສົດ ແລະ ດັດສົມເງິນສົດ ໃຫ້ມີຄວາມຄ່ອງຕົວ ຕາມລະບຽບການ;
- ຮັບຜິດຊອບຖືກຸນແຈສາງເງິນປະຈຳວັນ, ເລກລະຫັດ ແລະ ຄຸ້ມຄອງປົກປັກຮັກສາເງິນສົດ, ວັດຖຸມີຄ່າ, ເອກະສານມີຄ່າຄືເງິນ ແລະ ອື່ນໆ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ໃຫ້ມີຄວາມປອດໄພ ແລະ ຮັກສາຄວາມລັບທາງລັດຖະການ;
- ຮັບ-ຈ່າຍ ແລະ ສະຫລຸບເງິນ ເຂົ້າ-ອອກ ຄັງປະຈຳວັນ ເປັນແຕ່ລະວັນ, ເດືອນ, ງວດ ແລະ ປີ;
- ເປັນນາຍຄັງປະຈຳວັນ ຮັບສະໂນດນຳສົ່ງເອກະສານຈາກພະແນກບໍລິການຄັງເງິນ, ເບີກຈ່າຍເງິນສົດອອກຈາກຄັງ ສົມທຽບໃສ່ກັບເອກະສານຢັ້ງຢືນການຂໍຖອນເງິນ ໃນແຕ່ລະວັນໃຫ້ຖືກຕ້ອງ;
- ກວດນັບເງິນສົດ ສົມທຽບໃສ່ກັບເອກະສານຢັ້ງຢືນການມອບເງິນ, ບັນທຶກບັນຊີເຂົ້າໃນລະບົບຂໍ້ມູນຂ່າວສານການເງິນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
- ສະຫລຸບ ການຮັບ-ການຈ່າຍ ເງິນສົດເປັນແຕ່ລະວັນ, ເດືອນ, ງວດ ແລະ ປີ ເພື່ອສົມທຽບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ສົມທຽບຍອດເຫລືອບັນຊີ ກັບ ຍອດເຫລືອເງິນຕົວຈິງ ຢູ່ຄັງປະຈຳວັນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
- ບັນທຶກບັນຊີການເບີກຈ່າຍເງິນສົດອອກຈາກຄັງປະຈຳວັນ ເປັນແຕ່ລະລາຍການ ຕາມເອກະສານຢັ້ງຢືນຕົວຈິງ ເຂົ້າໃນລະບົບຂໍ້ມູນຂ່າວສານການເງິນໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
- ພິມສະໂນດນຳສົ່ງເອກະສານ ຢັ້ງຢືນການເບີກຈ່າຍເງິນໃນແຕ່ລະວັນ ຂັດຕິດໃສ່ກັບເອກະສານ ສົ່ງໃຫ້ພະແນກບໍລິການຄັງເງິນ ເພື່ອປົດບັນຊີ;
- ກວດກາ, ສະຫລຸບ ສົມທຽບ ບັນຊີພົວພັນ ( ບັນຊີ 59…) ກັບ ພະແນກບໍລິການຄັງເງິນ ແລະ ພິມໃບດຸ່ນດ່ຽງປະຈຳວັນ, ເດືອນ , ງວດ ແລະ ປີ;
ນອກຈາກນັ້ນໃຫ້ຮັບຜິດຊອບຊ່ວຍວຽກຂອງຂະແໜງບໍລິຫານແຫຼ່ງເງິນ ດັ່ງນີ້ :
- ສະຫລຸບຍອດເຫລືອເງິນຝາກຢູ່ລະບົບທະນາຄານ ແລະ ຍອດເຫລືອຢູ່ຄັງເງິນສົດ ເພື່ອລາຍງານຄະນະນຳກະຊວງການເງິນທາງອີເມວ ແລະ ຫ້ອງການລັດຖະບານ ທາງເວບ I-Report ເປັນແຕ່ລະວັນ;
- ປະສານສົມທົບ, ພົວພັນ ຮ່ວມມື ກັບ ອົງການຈັດຕັ້ງສາກົນ ແລະ ວຽກງານຮ່ວມມືສອງຝ່າຍ ກັບ ຄັງເງິນແຫ່ງລັດ ສສ ຫວຽດນາມ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.
ແບບແຜນວິທີເຮັດວຽກ
- ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຕົກລົງເປັນໜູ່ຄະນະ ກ່ຽວກັບແບບແຜນການບໍລິຫານແຫຼ່ງເງິນ, ວຽກງານຮ່ວມມື ແລະ ພັນທະບັດ ໂດຍປະຕິບັດລະບອບຫົວໜ້າດຽວ ບົນພື້ນຖານການແບ່ງງານ ໃຫ້ບຸກຄົນຮັບຜີດຊອບຢ່າງຈະແຈ້ງ.
- ເຮັດວຽກຢ່າງມີແຜນການ, ແຜນງານ ແລະ ໂຄງການລະອຽດ ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍ ເພື່ອພັດທະນາວຽກງານບໍລິຫານແຫຼ່ງເງິນ ແລະ ພັນທະບັດກະຊວງການເງິນ ໃຫ້ມີຄວາມເຂັ້ມແຂງ;
- ພົວພັນປະສານສົມທົບ ກັບພະແນການອ້ອມຂ້າງຄັງເງິນແຫ່ງຊາດ, ຄັງເງິນແຫ່ງຊາດປະຈຳທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຂອງຄັງເງິນແຫ່ງຊາດ ຕາມພາລະບົດບາດ ທີ່ໄດ້ກຳນົດ;
- ຕິດຕາມກວດກາລາຍງານ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ, ປະເມີນຜົນ, ຂອງຕົນ ບົນພື້ນຖານການປະຕິບັດລະບອບປະຊຸມສ່ອງແສງລາຍງານຢ່າງເປັນປົກກະຕິ ເພື່ອສະຫຼຸບລາຍງານຢ່າງເປັນປົກກະຕິ ແລະ ວາງແຜນການຈຸດສຸມໃນຕໍ່ໜ້າ.
- ມີຄວາມສາມະຄີ ບົນພື້ນຖານລະບຽບຫຼັກການ ແລະ ຕ້ອງໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ໝາຍເຫດ : ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຢູ່ພາຍໃນພະແນກແຜນການແລະບໍລິຫານແຫ່ຼງເງິນ ມີຄວາມວ່ອງໄວ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ ແລະ ເພື່ອເຮັດໃຫ້ພະນັກງານສາມາດຮຽນຮູ້ຫລາຍໜ້າວຽກ ສາມາດເຮັດວຽກປ່ຽນແທນກັນໄດ້; ສະນັ້ນ ຄະນະພະແນກ ແລະ ວິຊາການ ບາງສະຫາຍ ຈະໄດ້ສຶກສາ, ຮຽນຮູ້ ແລະ ຮັບຜິດຊອບຊ່ວຍວຽກຂອງຂະແໜງການອື່ນຕາມການມອບໝາຍ.