ກອງປະຊຸມປຶກສາຫາລື ແລະ ຮັບຟັງການລາຍງານ ຜ່ານບົດສຳຫຼວດການກຳນົດຂອບເຂດ ແລວທາງລົດໄຟສະຫວັນ ນະເຂດຫາຊາຍແດນລາວ-ຫວຽດນາມ (ສະຫວັນນະເຂດ-ລາວ ບາວ) ໄລຍະທາງ 220 ກິໂລແມັດ ໄດ້ຈັດຂຶ້ນວັນທີ 14 ມີນານີ້, ທີ່ຫ້ອງວ່າການປົກຄອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ບຸນຈັນ ສິນທະວົງ
ກຳມະການສູນກາງພັກ ລັດ ຖະມົນຕີວ່າການກະຊວງໂຍ ທາທິການ ແລະ ຂົນສົ່ງ, ທ່ານ ດຣ. ສຸພັນ ແກ້ວມີໄຊ ກຳມະ ການສູນກາງພັກ ເຈົ້າແຂວງ ສະຫວັນນະເຂດ ຈາກນີ້ ກໍມີ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ນັບຈາກສູນກາງທ້ອງຖິ່ນ ຕະ ຫຼອດຮອດພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສອນສັກ ນໍຍານຊະ ນະ ຮອງຫົວໜ້າກົມທາງລົດ ໄຟ ໄດ້ລາຍງານໃຫ້ຮູ້ວ່າ: ສຳ ລັບເສັ້ນທາງລົດໄຟດັ່ງກ່າວມີ ຄວາມຍາວ 220 ກິໂລແມັດ, ລະບົບລາງມີຄວາມກວ້າງ 1.435 (Standard Gauge) ເປັນລາງຄູ່ເພື່ອຮັບໃຊ້ການຂົນ ສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ເສັ້ນທາງດັ່ງກ່າວເປັນໜຶ່ງ ຂອງທາງຊອຍຂອງລົດໄຟສິງ ກະໂປ-ຄຸນໝິງ ທັງເປັນເສັ້ນ ທາງເສດຖະກິດຕາເວັນອອກ- ຕາເວັນ ຕົກ, ໂດຍແມ່ນບໍລິສັດ Giant Consolidated Limi ted (GCL) ເປັນຜູ້ສຳປະທານ ໂຄງການດັ່ງກ່າວ ໂດຍການ ຜ່ານແບບໃນຄັ້ງນີ້ ແມ່ນເປັນ ແບບທີ 2 ພາຍຫຼັງທີ່ໄດ້ມີການ ສຳຫຼວດອອກ ແບບແລວທີ 1 ແລ້ວ ແຕ່ເຫັນວ່າເປັນແບບທີ່ ໃຊ້ງົບປະມານມະຫາສານ ແລະ ມີການກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມໃນຫຼາຍຈຸດ ສະນັ້ນ, ຈິ່ງໄດ້ມີການສຳຫຼວດ ແລະ ອອກແບບແລວໃໝ່ ເພື່ອ ຫຼຸຸດຜ່ອນຜົນກະທົບໃຫ້ໜ້ອຍ ທີ່ສຸດ ໂຄງການທາງລົດໄຟດັ່ງ ກ່າວ ແມ່ນຈະກໍ່ສ້າງໄປຂະ ໜານກັບທາງເລກ 9 ຫ່າງກັນ ປະມານ 30 ແມັດ, ລວມມີທັງ ໝົດ 11 ສະຖານີ, ໃນນີ້ມີ 4 ສະຖານີໃຫຍ່ ແລະ 7 ສະຖານີ ນ້ອຍ, ຊຶ່ງສະຖານີຫຼັກແມ່ນຕັ້ງ ຢູ່ທີ່ບ້ານທ່າສະໂນນ້ອຍ ເມືອງ ໄກສອນ ພົມວິຫານ ແລະ ໄປ ສິ້ນສຸດຢູ່ທີ່ສະຖານີ ບ້ານແດນ ສະຫວັນ ເມືອງເຊໂປນ ລົດໄຟ ຟ້າດັ່ງກ່າວ ສາມາດແລ່ນໄດ້ ເຖິງ 160 ກິໂລແມັດ/ຊົ່ວໂມງ ຮັບນ້ຳໜັກໄດ້ 25 ໂຕນ/ເພົາ ຈາກການກຳນົດແລວທາງ ຕາມມາດຖານໃຈກາງທາງລົດ ໄຟແມ່ນເປື້ອງລະ 40 ແມັດ, ລວມສອງຟາກທາງ 80 ແມັດ ແລະ ເຂດສະຖານີ ສະເພາະ ສະຖານີໃຫຍ່ແມ່ນ 240-500 ແມັດ ແລະ ລວງຍາວ 2.000 ແມັດຫາ 3.000 ແມັດ, ສະຖາ ນີ ນ້ອຍກວ້າງ 160-200 ແມັດ ຍາວ 1.500 ແມັດ – 2.000 ແມັດ.
ໂອກາດນີ້, ທ່ານ ດຣ. ບຸນຈັນ ສິນທະວົງ ໄດ້ກ່າວມີ ຄຳເຫັນຕໍ່ກອງປະຊຸມວ່າ: ໂຄງ ການທາງລົດໄຟ ສະຫວັນນະ ເຂດ-ລາວບາວ ໄດ້ລົງນາມສັນ ຍາແມ່ ວ່າດ້ວຍການສຳປະ ທານໂຄງການກໍ່ສ້າງ ແລະ ພັດ ທະນາເສັ້ນທາງລົດໄຟແຕ່ສະ ຫວັນນະເຂດ ຫາ ລາວບາວ ໃນ ຮູບແບບ BOT (ບໍລິສັດລົງທຶນ ກ່ອນ) ລະຫວ່າງລັດຖະບານ ສປປ ລາວ ແລະ ບໍລິສັດ Giant Consolidated Limited ໃນວັນທີ 5/11/2012 ຊຶ່ງມີໄລ ຍະສຳປະທານໂຄງການ 50 ປີ ແລະ ສາມາດຕໍ່ສັນຍາໄດ້ບົນ ພື້ນຖານການຕົກລົງເຫັນດີ ຈາກລັດຖະບານ, ໂຄງການດັ່ງ ກ່າວໃຊ້ເວລາກໍ່ສ້າງ 5 ປີ ດ້ວຍ ທຶນ ທັງໝົດ 5 ຕື້ ໂດລາສະຫະ ລັດ.