ເນື່ອງໃນໂອກາດເປີດກອງປະຊຸມຄັ້ງປະຖົມມະລືກຂອງຄະນະລັດຖະບານຊຸດທີ VIII ທີ່ໄດ້ມີຂຶ້ນໃນລະຫວ່າງ ວັນທີ 29-30 ເມສາຜ່ານມາຢູ່ສຳນັກງານນາຍົກ ທ່ານປະທານປະເທດໄດ້ໃຫ້ກຽດໂອ້ລົ້ມພ້ອມເນັ້ນຫຼາຍບັນຫາ ສຳຄັນຂອງຊາດໃຫ້ຄະນະລັດຖະບານຊຸດໃໝ່ນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອເປັນແນວທາງໃນການພັດທະນາປະເທດຊາດໃນຕະຫຼອດວາລະ.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວໃນໂອກາດທີ່ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລືກຂອງຄະນະລັດຖະບານຊຸດທີ VIII ທີ່ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຊຶ່ງທ່ານໄດ້ໃຫ້ກຽດມີຄວາມເຫັນໂອ້ລົມວ່າ: ຕໍ່ກັບທິດທາງແຜນການເຄື່ອນໄຫວ ຂອງລັດຖະບານໃນຕໍ່ໜ້າໂດຍພື້ນຖານຂ້າພະເຈົ້າກໍມີຄວາມເປັນເອກະພາບນຳ, ແຕ່ຢາກມີຄວາມເຫັນຕື່ມບາງບັນຫາສຳຄັນເປັນຕົ້ນພວກເຮົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ເອກະພາບວ່າພວກເຮົາຢູ່ໃນຈຸດຫົວລ້ຽວຫົວຕໍ່ໃນການປ່ຽນແປງເນື້ອໃນ ແລະແບບແຜນວິທີນຳພາຂອງສູນກາງພັກ,ດ້ານໜຶ່ງຕ້ອງເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ມີຄວາມໜັກແໜ້ນ, ການຕັດສິນໃຈປ່ຽນແປງແກ້ໄຂສູ່ອັນໃໝ່ກໍແມ່ນຄວາມຈຳເປັນທີ່ຕ້ອງໄດ້ເຮັດ, ອັນໃດທີ່ເປັນຜົນສຳເລັດ, ເປັນບົດຮຽນອັນດີໃນໄລຍະຜ່ານມາຕ້ອງຕັ້ງໜ້າເສີມຂະຫຍາຍ, ອັນສຳຄັນແມ່ນເຮັດແນວໃດໃຫ້ພ້ອມກັນຄົ້ນຄວ້າ, ວາງມາດຕະການຈຳກັດຊ່ອງວ່າງຕ່າງໆ ເພື່ອສະກັດກັ້ນການເກີດມີຈຸດອ່ອນໃໝ່ທີ່ເປັນບັນຫາຊຳເຮື້ອ, ຕ້ອງຄົ້ນຄວ້າຢ່າງລະອຽດຮອບຄອບ ແລະດຳເນີນການປັບປຸງສັບຊ້ອນກົງຈັກຂອງບັນດາກະຊວງ ແລະ ຄະນະກຳມະການທຽບເທົ່າຂອງລັດຖະບານໄປພ້ອມໆກັບການປັບປຸງກົງຈັກບໍລິຫານຢູ່ຂັ້ນທ້ອງຖິ່ນຮາກຖານ, ຈົ່ງເສີມຂະຫຍາຍຄວາມຮັບຜິດຊອບສູງສຸດ ຂອງຕົນເພື່ອເຮັດໃຫ້ການບໍລິຫານ-ຄຸ້ມຄອງມະຫາພາກໃນດ້ານຕ່າງໆມີຄວາມເຂັ້ມແຂງ ແລະມີປະສິດທິພາບ.
ນອກນີ້ຕ້ອງຮີບຮ້ອນຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ທັງຮັບປະກັນສະກັດກັັ້ນ ແລະ ແກ້ໄຂການກະທຳຂອງບັນດາຂະແໜງການສູນກາງແລະທ້ອງຖິ່ນທີ່ເປັນການບືນເລິກລະເມີດວິໃນແຜນການ-ການເງິນ, ກໍໃຫ້ເກີດ ຄວາມສ່ຽງສູ່ວິກິດການເພີ່ມຂຶ້ນ, ຟື້ນຟູສ້າງໃຫ້ພື້ນຖານເສດຖະກິດເຂົ້າສູ່ການພັດທະນາປົກກະຕິ ແລະສົມດູນໂດຍໄວ, ເອົາໃຈໃສ່ພັດທະນາທຸລະກິດຂະໜາດນ້ອຍ ແລະກາງໂດຍເນັ້ນໃສ່ການສ້າງມູນຄ່າເພີ່ມຈາກຂະແໜງການທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ຫຼາຍຂຶ້ນ, ອີກບັນຫາໜຶ່ງທີ່ມີລັກສະນະຮີບດ່ວນທີ່ ລັດຖະບານຕ້ອງເອົາໃຈໃສ່ຢ່າງຈິງຈັງອີຫຼີນັ້ນແມ່ນການຄຸ້ມຄອງວິສາຫະກິດທຸກປະເພດໃຫ້ເຂົ້າສູ່ລະບົບການຖືບັນຊີຢ່າງເຂັ້ມງວດ, ຈຳກັດຊ່ອງວ່າງຂອງການຮົ່ວໄຫຼງົບປະມານໃນທຸກລະດັບ, ທັງຕີຖອຍປາກົດການສວຍໃຊ້ໜ້າທີ່, ສ້ຳລາດບັງຫຼວງ, ເຮັດເສື່ອມເສຍບົດບາດອິດທິພົນຂອງພັກ ແລະລັດເຮົາ, ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ແລະມີການຫັນປ່ຽນຢ່າງຈະແຈ້ງ.
ພ້ອມດຽວກັນນັ້ນລັດຖະບານຕ້ອງເອົາໃຈໃສ່ຮັບປະກັນໃນການຄຸ້ມຄອງ, ຂຸດຄົ້ນ ແລະນຳໃຊ້ຊັບພະຍາກອນຂອງວົງສາຄະນາຍາດແຫ່ງຊາດມີປະສິດທິຜົນສູງສຸດ ແລະຍືນຍົງ, ເພີ່ມທະວີການຊີ້ນຳບັນຊາແຕ່ເທີງລົງລຸ່ມ ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍບັນດາວຽກງານຈຸດສຸມຕົ້ນຕໍຂອງລັດໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະແຂງແຮງ, ຮັບປະກັນການປະຕິບັດບັນດາຄາດໝາຍສູ້ຊົນດ້ານຕ່າງໆໃຫ້ບັນລຸຕາມທີ່ລັດຖະບານວາງອອກ, ສະມາຊິກລັດຖະບານແຕ່ລະສະຫາຍຊຶ່ງສ່ວນໃຫຍ່ກໍເປັນກຳມະການສູນກາງພັກຕ້ອງເປັນແບບຢ່າງໃນການປ່ຽນແປງສູ່ອັນໃໝ່, ຍົກລະດັບຕົນເອງຢ່າງຕໍ່ເນື່ອງ, ສ້າງການຫັນປ່ຽນແບບບຸກທະລຸດ້ານຕ່າງໆໃນຂົງເຂດວຽກງານຂອງຕົນ, ແຕ່ລະສະຫາຍຕ້ອງເຊີດຊູສະຕິຕໍ່ການຈັດ ຕັ້ງໜ້າທີ່ວຽກງານ, ຄວາມຮັບຜິດຊອບ ການເມືອງ, ມີຄວາມເດັດຂາດເຂັ້ມງວດຕໍ່ການກຳຈັດບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ຍົກສູງຜົນປະໂຫຍດສ່ວນລວມ, ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດແນໃສ່ເພີ່ມຄວາມເຫຼື້ອມໃສສັດທາຂອງປະຊາຊົນຕໍ່ພັກ-ລັດເຮົາ.
ຂະນະທີ່ ທ່ານ ທອງລຸນ ສີສຸລິດ ກໍໄດ້ລາຍງານກ່ຽວກັບວຽກງານໜ້າທີ່ຈຸດສຸມຂອງລັດຖະບານຊຸດໃໝ່ໂດຍຕັ້ງເປົ້າຊຸກຍູ້ໃຫ້ມີເສດຖະກິດຂະຫຍາຍຕົວບໍ່ໃຫ້ຫຼຸດ 7,5% ຕໍ່ປີ, ຈີດີພີຕໍ່ຫົວຄົນໃນປີ 2020 ໃຫ້ບັນລຸ 3.190 ໂດລາສະ ຫະລັດ, ລາຍຮັບງົບປະມານໃຫ້ບັນລຸ 23-25% ຂອງ ຈີດີພີ, ໃຫ້ມູນຄ່າການສົ່ງອອກຂະຫຍາຍຕົວບໍ່ຫຼຸດ 15%, ອັດຕາຄວາມທຸກຍາກຂອງປະຊາກອນໃຫ້ຫຼຸດ 10%, ນອກນັ້ນຍັງໄດ້ກຳນົດຕົວເລກຄາດໝາຍທາງສັງຄົມອື່ນໆອີກ, ໜຶ່ງໃນບັນດາຄາດໝາຍຕົວເລກທີ່ວາງອອກ ທີ່ເປັນຄວາມທ້າທາຍສົມຄວນນັ້ນແມ່ນ ການຂະຫຍາຍເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ, ໂຄງປະກອບຂອງຈີດີພີທີ່ມີທ່າອ່ຽງຫັນໄປສູ່ອຸດສາ ຫະກຳ ແລະທັນສະໄໝ.
ຢ່າງໃດກໍຕາມການດຳເນີນກອງປະຊຸມຂອງລັດຖະບານຊຸດໃໝ່ນີ້ ນອກຈາກການວາງທິດທາງວຽກງານໜ້າທີ່ຈຸດສຸມ ແລະບັນຫາສຳຄັນທີ່ພະນະທ່ານເລ ຂາທິການໃຫຍ່ໄດ້ຊີ້ນຳແລ້ວ, ຄະນະລັດຖະບານຍັງໄດ້ປຶກສາຫາລືແນວທາງພັດ ທະນາປະເທດຊາດຫຼາຍດ້ານບໍ່ວ່າຈະເປັນການສ້າງລາຍຮັບແບບຍືນຍົງໃຫ້ປະຊາຊົນບັນດາເຜົ່າ, ການປັບປຸງແຜນລາຍຮັບ-ລາຍຈ່າຍທີ່ຍັງບໍ່ລົງຕົວ, ແບບແຜນວິທີເຮັດວຽກໃຫ້ເຂັ້ມແຂງ, ທັນສະໄໝ ແລະຄ່ອງຕົວຫຼາຍຂຶ້ນ, ຫາລືແກ້ໄຂຜົນເສຍຫາຍທີ່ອາດຈະເກີດຂຶ້ນຈາກສາພາບການປ່ຽນແປງຂອງດິນຟ້າອາດກາດລວມເຖິງບັນຫາສຳຄັນອື່ນໆນຳອີກ.
ຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ