ພີທີລົງນາມເຊັນສັນຍາເງິນກູ້ບໍ່ມີດອກເບ້ຍ ລະຫ່ວາງລັດຖະບານຕາງໜ້າໂດຍ ທ່ານ ນາງທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ມາກິດ ລາບອງ ຫົວໜ້າກົມສະໜອງທືນເພື່ອການຄ້າທະນາຄານສົ່ງອອກ-ນຳເຂົ້າ ສ.ຮົງກະລີ ໄດ້ຈັດຂື້ນໃນວັນທີ 26 ເມສານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອນຳມາໃຊ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີVIII (2016-2020), ໃຫ້ມີສິດທິຜົນ ເພື່ອແນ່ໃສ່ຮັບປະກັນຄວາມໜັ້ນຄົງທາງດ້ານລະບຽງອາຫານ ແລະ ການບໍລິໂພກ, ເຊິ່ງເປັນທີ່ສຳຄັນຂອງການພັດທະນາ ແລະ ແນ່ໃສ່ຍົກສູງສະມັດຕະພາບຂອງການຜະລິດ, ສຸຂະພາບຂອງປະຊາຊົນ ນັບທັງດ້ານຮ່າງກາຍ, ຈິດໃຈ ແລະ ມັນສະໜອງໂດຍສະເພາະກຸ່ມຜູ້ດ້ອຍໂອກາດ, ເດັກນ້ອຍ ແລະ ແມ່ຍິງໃນໄວຈະເລີນພັນ ເພື່ອຫລີກເວັ້ນບັນຫາຂາດສານອາຫານຂອງປະຊາຊົນຕາມທິດພັດທະນາກະສິກຳສະອາດ ແລະ ຢືນຢົງ.
ນອກນີ້, ຍັງມີການລົງນາມສັນຍາການຄ້າ ໃນໂຄງການສົ່ງເສີມການລ້ຽງສັດ ແລະ ການປະມົງກະຊວງກະສິກຳ ປລະ ປ່າໄມ້ ແລະ ທ່ານ ດຣ ລັດໂຊ ວາຣາດີ ອຳນວຍການບໍລິສັດ ອາໂກຣ ເອເຊຍ ວິຕາຟອດທ ສ.ຮົງກາລີຮ່ວມລົງນາມໃນສັນຍາດັ່ງກ່າວ, ເຊິ່ງເປັນການຕໍ່ຍອດຈາກໂຄງການເກົ່າ ທີ່ໄດ້ສ້າງພື້ນຖານໂຄງລ່າງການຜະລິດອາຫານສັດ, ໂຮງງານຂ້າສັດທັນສະໄໜ ເພື່ອສ້າງຕັ້ງລະບົບຕ່ອງໂສ້ ການຜະລິດຊີ້ນຄຸນນະພາບ ແລະ ປອດໄພ, ແນ່ໃສ່ຈຳໜ່າຍພາຍໃນ ແລະ ການສົ່ງອອກຊີ້ນ-ປາ ແລະ ຜະລິດຕະພັນ ອາຫານທີ່ມີຄຸນນະພາບ ໃຫ້ແກ່ຕະຫຼາດພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນຕະຫຼາດຂອງບັນດາປະເທດອາຊຽນ.