ກອງປະຊຸມປຶກສາຫາລືກ່ຽວກັບການມອບລາຍຮັບງົບປະມານແຫ່ງລັດເຂົ້າບັນຊີເງິນ
ຝາກຂອງລັດຖະບານຜ່ານລະບົບທະນາຄານໃນຂອບເຂດທົ່ວປະເທດ ຄັ້ງວັນທີ 11
ພຶດສະພາ 2017
ໃນຕອນບ່າຍຂອງວັນທີ 11 ພຶດສະພາ 2017 ເວລາ 14:00 ໂມງ ທີ່ຫ້ອງປະຊຸມ ຄັງເງິນແຫ່ງຊາດໄດ້ຈັດກອງປະຊຸມວິຊາການ ລະຫວ່າງກະຊວງການເງິນ
ກັບບັນດາທະນາຄານທີ່ຄັງເງິນແຫ່ງຊາດໃຊ້ບໍລິການ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ເຂົ້າຮ່ວມກອງ
ປະຊຸມຄັ້ງນີ້ມີຜູ້ຕ່າງໜ້າຈາກຄັງເງິນແຫ່ງຊາດ, ກົມພາສີ, ກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນຂອງລັດ, ກົມຄຸ້ມຄອງພັດທະນາລັດວິສາຫະກິດ ແລະ ປະ
ກັນໄພ, ກົມງົບປະມານ, ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດຂອງລັດ ຈຸດປະສົງ ກອງປະຊຸມ ເພື່ອປຶກສາ
ຫາລືປະກອບຄຳຄິດຄຳເຫັນໃສ່ຮ່າງຄຳແນະນຳຂອງ ລັດຖະມົນຕີກກະຊວງການເງິນ ກ່ຽວກັບການມອບລາຍຮັບງົບປະມານແຫ່ງລັດເຂົ້າບັນຊີເງິນຝາກຂອງລັດ
ຖະບານຜ່ານລະບົບທະນາຄານໃນຂອບເຂດທົ່ວປະເທດ, ເພື່ອປັບປຸງປ່ຽນແທນແຈ້ງການແນະນຳ ສະບັບເລກທີ 3013/ກງ ລົງວັນທີ 21 ພະຈິກ 2010 ກອງ
ປະຊຸມໄດ້ປິດລົງໃນເວລາ : 16:00 ໂມງ ຂອງວັນດຽວກັນ.