ພະແນກ ການເງິນແຂວງ ແຂວງວຽງຈັນ ໄດ້ເປີດກອງປະຊຸມ
ວຽກງານການຊຳລະອາກອນຜ່ານລະບົບທັນສະໄໝ (Easy Tax)
ໃນລະຫວ່າງວັນທີ 02-04 ຕຸລາ 2017 ທີ່ຜ່ານມາ ຄັງເງິນແຫ່ງຊາດ ໄດ້ສົມທົມກັບ ກົມສ່ວຍສາອາກອນ, ສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ, ທະນາຄານການຄ້າຕ່າງປະເທດມະຫາຊົນ, ທະນາຄານພັດທະນາລາວ ໄດ້ຈັດກອງປະຊຸມວຽກງານຜັນຂະຫຍາຍການຊຳລະອາກອນຜ່ານລະບົບທັນສະໄໝ (Easy Tax) ຢູ່ພະແນກການເງິນແຂວງ ແຂວງວຽງຈັນ, ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ຄຳເຫຼັກ ທອງສະຫວັນ ຮອງຫົວໜ້າພະແນກການເງິນແຂວງ ແຂວງວຽງຈັນ. ເຂົ້າຮ່ວມມີ: ຫົວໜ້າ, ຮອງຫົວໜ້າ ແລະ ພະນັກງານ ວິຊາການຈາກພະແນກສ່ວຍສາອາກອນ, ຄັງເງິນແຫ່ງຊາດ ປະຈຳແຂວງ, ພະແນກການອ້ອມຂ້າງແຂວງ ແລະ ນັກທຸລະກິດຫຼັກແຫຼ່ງ ຈຳນວນ 30 ກວ່າຄົນ, ກອງປະຊຸມໄດ້ເຜີຍແຜ່ວຽກງານຊຳລະອາກອນແບບທັນສະໄໜ ແລະ ເຊື່ອມຊືມຄຳສັ່ງແນະນຳ ເລກທີ 3102/ກງ ລົງວັນທີ 13 ສິງຫາ 2017.