ໃນຕອນບ່າຍ ເວລາ 1:30 ໂມງ ຂອງ ວັນທີ 20 ພະຈິກ 2017 ຄັງເງິນແຫ່ງຊາດໄດ້ຈັດກອງປະຊຸມສົນທະນາການອອກແບບ ແລະ ຄຸ້ມຄອງສາລະບານບັນຊີ (COA) ກັບ ທະນາຄານໂລກ (WORLD BANK GROUP)
ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ນາງ ວັນພອນ ພີມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງການຕັດສິນບັນຫາ ເມື່ອອອກແບບສາລະບານບັນຊີ (COA) ແລະ ຍັງໄດ້ສົນທະນາກັນກ່ຽວກັບວິທີແກ້ໄຂບັນຫາສະເພາະ ທີ່ພົວພັນກັບສ່ວນຕ່າງໆຂອງ COA ໂດຍການນຳສະເໜີຂອງທ່ານ ຢາລິດ ຊ່ຽວຊານຈາກທະນາຄານໂລກ ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 4:30 ໂມງ.