ໃນລະຫວ່າງ ວັນທີ 30 ພະຈິກ 2017 ຫາ 01 ທັນວາ 2017 ຄັງເງິນແຫ່ງຊາດ ໄດ້ເປີດກອງປະຊຸມວິຊາການຄັງເງິນແຫ່ງຊາດ ທົ່ວປະເທດ ປະຈໍາປີ 2017 ເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານຄັງເງິນ 11 ເດືອນ, ແຜນ 01 ເດືອນ ທ້າຍປີ 2017 ແລະ ທິດທາງແຜນການປີ 2017 ທີ່ ແຂວງ ຈຳປາສັກ.
ກອງປະຊຸມໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 30 ພະຈິກ 2017 ເປັນເວລາ 1 ວັນເຕັມ, ໂດຍມີຜູ້ເຂົ້າຮ່ວມ ທັງໝົດ 191 ທ່ານ ຍິງ 90 ທ່ານ ທີ່ມາຈາກບັນດາກົມອ້ອມຂ້າງກະຊວງການເງິນ, ຫົວໜ້າ-ຮອງຫົວໜ້າຄັງເງິນແຫ່ງຊາດ ປະຈໍາແຂວງ, ນະຄອນຫຼວງ, ຫົວໜ້າພະແນກການເງິນ, ຫົວໜ້າຫ້ອງງົບປະມານ, ກອງພາສີ, ສ່ວຍສາອາກອນປະຈໍາແຂວງ, ຫ້ອງການຄຸ້ມຄອງຊັບສິນຂອງລັດ ແຂວງຈໍາປາສັກ ແລະ ພະນັກງານວິຊາການຄັງເງິນແຫ່ງຊາດ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນຄົບຖ້ວນ, ຜ່ານການຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄັງເງິນ 11 ເດືອນ, ແຜນຈຸດສຸມ 1 ເດືອນທ້າຍ ປີ 2017 ແລະ ບາງທິດທາງແຜນການ ປີ 2018 ແລະ ບັນດານິຕິກໍາອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນວາລະກອງປະຊຸມ ເຫັນວ່າບັນດາຜູ້ແທນ ທີ່ມາຈາກຄັງເງິນແຫ່ງຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ຄືບັນດາກົມອ້ອມຂ້າງກະຊວງການເງິນ ກໍ່ໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຕໍ່ການປະກອບຄໍາເຫັນ ຢ່າງກົງໄປກົງມາ ແລະ ທີ່ປະຊຸມໄດ້ຕົກລົງເຫັນດີເປັນເອກະພາບກັນບາງບັນຫາ.