ວັນທີ 16 ກຸມພາ ປີ 2018 ຄັງເງິນແຫ່ງຊາດໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ ຄັງເງິນແຫ່ງຊາດ ປະຈຳປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018 ໃຫ້ກຽດເປັນປະທານໂດຍທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ
ກອງປະຊຸມແມ່ນຮັບຟັງການສະຫຼຸບ, ເຜີຍແຜ່, ທົບທວນຄືນບາງບົດຮຽນ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເນື້ອໃນທີ່ມີຄວາມສຳຄັນຕົ້ນຕໍ ດັ່ງນີ້: ພະແນກການອອ້ມຂ້າງ ຄັງເງິນແຫ່ງຊາດ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະພາຍໃນພະແນກຕົນ ປະຈຳປີ 2017(12 ເດືອນ) ແລະ ວາງທິດທາງແຜນການ ປີ 2018 , ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງມື້ ແລະ ປິດລົງເວລາ 12:00 ໂມງ.