ການຝຶກອົບຮົມໄດ້ແບ່ງເປັນ 2 ຊຸດ ໂດຍມີຜູ້ເຂົ້າຮ່ວມ ຈາກພະແນກອ້ອມຂ້າງຄັງເງິນແຫ່ງຊາດ, ຄັງເງິນແຫ່ງຊາດປະຈໍານະຄອນຫຼວງ, ແລະ ຄັງເງິນແຫ່ງຊາດ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ລວມທັງໝົດ ຈໍານວນ 41 ທ່ານ.
ເນື້ອໃນ ແລະ ຈຸດປະສົງການຝຶກອົບຮົມ
ຊຸດທີ 1 ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອສ້າງພະນັກງານໃຫ້ເປັນຄູຝຶກການນໍາໃຊ້ລະບົບ RTIS ເພື່ອກະກຽມຜັນຂະຫຍາຍລະບົບໄປ 40 ເມືອງ ຄຽງຄູ່ກັບລະບົບ Taxris ຂອງກົມສ່ວຍສາອາກອນປີ 2020, ເນື້ອໃນການຝຶກອົບຮົມແມ່ນ ການນໍາໃຊ້ຊຸດຄໍາສັ່ງຕ່າງໆ ໃນລະບົບ, ການອອກໃບຮັບເງິນ, ການບັນທຶກບັນຊີຮັບຊ່ວຍ ແລະ ການເຄື່ອນໄຫວ ບັນທຶກບັນຊີລາຍຮັບ-ລາຍຈ່າຍ ໃນລະບົບຄັງເງິນ ດ້ວຍມື(ສໍາລັບຟັງຊັນລາຍຮັບ-ລາຍຈ່າຍທີ່ພັດທະນາບໍ່ທັນສໍາເລັດ) ເພື່ອໃຫ້ຄັງເງິນສາມາດພີມໃບດຸ່ນດ່ຽງ ແລະ ບົດສະຫຼຸບການລາຍງານຕ່າງໆໃນລະບົບ.
ຊຸດທີ 2 ຈຸດປະສົງການຝຶກອົບຮົມແມ່ນ ສ້າງຄວາມສາມາດໃນການນໍາໃຊ້ລະບົບ RTIS ໃຫ້ພະນັກງານຂັ້ນເມືອງສາມາດອອກໃບຮັບເງິນຂອງຄັງເງິນແຫ່ງຊາດ ແລະ ເຄື່ອນໄຫວບັນທຶກບັນຊີ ລາຍຮັບ-ລາຍຈ່າຍ ຢູ່ຄັງເງິນເມືອງແບບຄົບຊຸດ ເຂົ້າໃນລະບົບ.
![](https://treasury.gov.la/wp-content/uploads/2020/09/WhatsApp-Image-2020-08-27-at-08.48.34-768x1024.jpeg)
![](https://treasury.gov.la/wp-content/uploads/2020/09/DSC_0498-1024x683.jpg)
![](https://treasury.gov.la/wp-content/uploads/2020/09/DSC_0496-1024x683.jpg)
![](https://treasury.gov.la/wp-content/uploads/2020/09/DSC_0541-1024x683.jpg)
![](https://treasury.gov.la/wp-content/uploads/2020/09/DSC_0538-1024x683.jpg)
![](https://treasury.gov.la/wp-content/uploads/2020/09/DSC_0521-1024x683.jpg)
![](https://treasury.gov.la/wp-content/uploads/2020/09/DSC_0536-1024x683.jpg)
![](https://treasury.gov.la/wp-content/uploads/2020/09/DSC_0548-1024x683.jpg)
![](https://treasury.gov.la/wp-content/uploads/2020/09/DSC_0507-1024x683.jpg)