ໃນວັນທີ 8 ກັນຍາ 2020 ທີ່ຫ້ອງປະຊຸມກະຊວງການເງິນ/ຄັງເງິນແຫ່ງຊາດ ໄດ້ຈັດກອງປະຊຸມເພື່ອ ຄົ້ນຄວ້າພິຈາລະນາຮັບຮອງລະບົບຄຸ້ມຄອງ, ຕິດຕາມໃບຮັບເງິນຂອງຄັງເງິນແຫ່ງຊາດຜ່ານລະບົບທະນາຄານ (ລະບົບ RTIS) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສິດ ຮອງລັດຖະມົນຕີກະຊວງການເງິນ/ມີ ທ່ານ ຫນູເຊີຍ ຜົມສີຈັນ ຮອງຫົວຫນ້າຄັງເງິນແຫ່ງຊາດ/ມີຕາງຫນ້າຈາກທະນາຄານທຸລະກິດຂອງລັດ, ທະນາຄານທຸລະ ກິດ, ຕາງຫນ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ,/ ກົມສ່ວຍສາອາກອນ, ກົມພາສີ, ພ້ອມດ້ວພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫນູເຊີຍ ພົມມສິຈັນ ໄດ້ລາຍງານໂດຍສັງເຂບກ່ຽວກັບການນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດຜ່ານ ລະບົບທະນາຄານ, ຊຶ່ງເລີ່ມຈັດຕັ້ງປະຕິບັດແຕ່ເດືອນມີນາ 2020/ແລະ ໄດ້ມີການເຊື່ອມຕໍ່ສົ່ງຂໍ້ມູນກັບບັນດາທະ ນາຄານທຸລະກິດຂອງລັດທະນາຄານທຸລະກິດ ແລະ ຂະແຫນງລາຍຮັບ, ພ້ອມກັນນັ້ນ, ໄດ້ທົດລອງນໍາໃຊ້ລະບົບຄຸ້ມ ຄອງຕິດ ຕາມໃບຮັບເງິນຢູ່ຄັງເງິນແຫ່ງຊາດ, ຄັງເງິນແຫ່ງຊາດປະຈໍານະຄອນຫຼວງ ແລະ ຄັງເງິນ 09 ຕົວເມືອງໃນ ນະຄອນຫຼວງວຽງຈັນ.
ທັງນີ້, ເພື່ອເປັນການປະຕິບັດຕາມແຜນວຽກຫັນເປັນທັນສະ ໄຫມຂອງຄັງເງິນແຫ່ງຊາດ ໂດຍສະເພາະແມ່ນ ການຜັນຂະຫຍາຍການນໍາໃຊ້ລະບົບດັ່ງກ່າວຢູ່ຄັງເງິນແຕ່ລະຂັ້ນໃນການນໍາໃຊ້ RTIS ຄຽງຄູ່ກັບການຜັນຂະຫຍາຍ ລະບົບ TaxRis ຂອງກົມສ່ວຍສາອາກອນ.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊີ້ນໍາຕໍ່ກອງປະຊຸມໂດຍເນັ້ນໃຫ້ຄັງເງິນແຫ່ງຊາດເປັນໃຈກາງ ຫັນເປັນທັນສະໄຫມທົ່ວປະເທດ,ປັດຈຸບັນລັດຖະບານໄດ້ຊີ້ນໍາໃຫ້ກະຊວງການເງິນ ແບ່ງຂັ້ນຄຸ້ມຄອງ ແບ່ງຄວາມຮັບ ຜິດຊອບລາຍຮັບໃຫ້ລະບົບຄັງເງິນແຫ່ງຊາດເປັນລະບົບຄົບຊຸດໃຫ້ບັນດາແຂວງ /ບັນດາເມືອງ /ເພື່ອປັບປຸງພາລະ ບົດບາດຄັງເງິນແຫ່ງຊາດ, ພ້ອມກັນເອົາໃຈໃສ່ ກວດກາຕິດຕາມໃຫ້ລະບົບດັ່ງກ່າວມີຄວາມສະດວກ/ນອກຈາກນີ້, ການເກັບຄ່າທໍານຽມທາງ ຄ່າພາສີທີ່ດິນ ຜ່ານຕົວແທນບີຄໍາ/ໃຫ້ທະນາຄານມີຄວາມເປັນເອກະພາບ ເພື່ອຮັບປະກັນ ການມອບລາຍຮັບງົບປະມານໃຫ້ລວມສູນຜ່ານລະບົບທະນາຄານ, ດ້ວຍການນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ/ທັງເປັນການຊຸກຍູ້ສົ່ງເສີມການນໍາໃຊ້ເຄື່ອງທັນສະໄຫມເຂົ້າໃນການຄຸ້ມ ຄອງເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີ່ຄວາມໂປ່ງໃສ ຖືກຕ້ອງ ແລະ ທັນຕາມກໍານົດເວລາ.






ພາບ-ຂ່າວ: ປ່ຽນນິສາ ກະຊວງການເງິນ