ພິທີເປີດຊຸດຝຶກອົບຮົມການແປພາສາຫວຽດນາມ ໃຫ້ແກ່ພະນັກງານຄັງເງິນແຫ່ງຊາດ ໄດ້ໄຂຂຶ້ນ ໃນວັນທີ 01 ກຸມພາ 2022 ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດ, ໂດຍການເປັນປະທ່ານ ນາງ ຄອນມະນີ ພິມມະສັກ, ຮອງຫົວໜ້າຄັງເງິນແຫ່ງຊາດ, ມີຫົວໜ້າພະແນກ, ຮອງພະແນກ, ວິຊາການ, ບັນດານັກສຳມະນາກອນ ຄັງເງິນແຫ່ງຊາດ ແລະ ຄູຝຶກ ເຂົ້າຮ່ວມ ໂດຍຜ່ານລະບົບວີດີໂອທາງໄກ.
ຊຸດຝຶກອົບຮົມດັ່ງກ່າວ ຈະໄດ້ຈັດຂຶ້ນເປັນເວລາ 02 ເດືອນ (ແຕ່ວັນທີ 01 ກຸມພາ ຫາ 31 ມີນາ 2022), ອາທິດໜຶ່ງຮຽນ 03 ວັນ ຊຶ່ງຈະມີຜູ້ເຂົ້າຮ່ວມຝຶກອົບຮົມ ຈໍານວນທັງໝົດ 06 ທ່ານ. ການຝຶກອົບຮົມການແປພາສາຫວຽດນາມ ໃນຄັ້ງນີ້ ກໍ່ເພື່ອພັດທະນາ ທັກສະໃນການແປພາສາຫວຽດນາມ ເພື່ອໃຫ້ສາມາດນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງກະຊວງການເງິນລາວ ແລະ ກະຊວງການເງິນ ສສ ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນຮັບໃຊ້ວຽກງານ ຮ່ວມມືພິເສດສອງຝ່າຍລະຫວ່າງຄັງເງິນແຫ່ງຊາດລາວ ແລະ ຄັງເງິນແຫ່ງລັດ ສສ ຫວຽດນາມ.
ດັ່ງນັ້ນ ເພື່ອເປັນການສົ່ງເສີມສະໜັບສະໝູນ ແລະ ພັດທະນາທັກສະ ຄວາມຮູ້, ຄວາມສາມາດ ຂອງບັນດາທ່ານທີ່ໄດ້ສໍາເລັດການສຶກສາ ມາຈາກ ສສ ຫວຽດນາມ ໃຫ້ເກີດຂະບວນການຮຽນຮູ້ຢ່າງຕໍ່ເນື່ອງ ພາສາຫວຽດນາມທີ່ໄດ້ຮຽນມາ. ຄະນະພັກ-ຄະນະນໍາຄັງເງິນແຫ່ງຊາດ ຈຶ່ງເຫັນດີໃຫ້ເປີດຊຸດຝືກອົບຮົມດັ່ງກ່າວ ໂດຍເໜັ້ນໃຫ້ຜູ້ຮຽນມີຄວາມເຂົ້າໃຈ ທາງດ້ານເຕັກນິກ ແລະ ທັກສະໃນການແປ.
ໃນພິທີເປີດ ທ່ານ ປະທານກອງປະຊຸມ ໄດ້ໂອ້ລົມ ແລະ ຊີ້ນຳບາງບັນຫາທີ່ຄວນເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ການຝຶກອົບຮົມແປພາສາຫວຽດນາມເປັນຕົ້ນ: ສະເໜີໃຫ້ຄູຝຶກ (ວິທະຍາກອນ) ສົ່ງຄວາມຮູ້ຄວາມສາມາດ ແລະ ເຕັກນິກຕ່າງໆ ໃຫ້ໄດ້ຫຼາຍທີ່ສຸດ, ຮຽກຮ້ອງມາຍັງບັນດາທ່ານນັກສໍາມະນາກອນຂອງຄັງເງິນແຫ່ງຊາດ ໃຫ້ເອົາໃຈໃສ່ ເຂົ້າຮຽນຢ່າງເປັນປົກກະຕິ, ຕັ້ງໃຈຮໍ່າຮຽນ ຖາມ-ຕອບ ບັນຫາສິ່ງທີ່ບໍ່ເຂົ້າໃຈ, ບໍ່ຈະແຈ້ງ, ພາຍຫຼັງຝຶກອົບຮົມພວກເຮົາຈະມີການສອບເສັງ ແລະ ປະເມີນ ຄວາມຮັບຮູ້ຂອງບັນດາທ່ານ ແລະ ລາຍງານຄະນະນໍາຄັງເງິນແຫ່ງຊາດ ແລະ ມອບໃຫ້ພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ເອົາໃຈໃສ່ເຂົ້າຮ່ວມຕິດຕາມການຝຶກອົບຮົມໃນແຕ່ລະຄັ້ງ ເພື່ອເຮັດໃຫ້ຊຸດຝຶກອົບຮົມ ໃນຄັ້ງນີ້ ສຳເລັດຕາມລະດັບຄາດໝາຍ.
ພາບຂ່າວ: ຄັງເງິນແຫ່ງຊາດ