![](https://treasury.gov.la/wp-content/uploads/2022/09/training_at_vietnam_10-1024x768.jpeg)
![](https://treasury.gov.la/wp-content/uploads/2022/09/training_at_vietnam_7-1024x768.jpeg)
ໃນລະຫວ່າງວັນທີ 12-23 ກັນຍາ 2022, ຄັງເງິນແຫ່ງຊາດ ໄດ້ແຕ່ງຕັ້ງຄະນະວິຊາການ ເພື່ອເຂົ້າຮ່ວມຖອດຖອນບົດຮຽນ ນໍາຄັງເງິນແຫ່ງລັດ ສສ ຫວຽດນາມ ໂດຍການນໍາພາ ຂອງທ່ານ ໜູເຊີຍ ພົມສີຈັນ ຮອງຫົວໜ້າຄັງເງິນແຫ່ງຊາດ, ເຊິ່ງມີຫົວຂໍ້ແລກປ່ຽນບົດຮຽນ ດັ່ງນີ້:
![](https://treasury.gov.la/wp-content/uploads/2022/09/training_at_vietnam_3-scaled.jpg)
![](https://treasury.gov.la/wp-content/uploads/2022/09/training_at_vietnam_2-scaled.jpg)
ວຽກງານບໍລິຫານແຫຼ່ງເງິນ: ກົດໝາຍ, ນິຕິກໍາ-ລະບຽບການ ເພື່ອຄຸ້ມຄອງ, ຕິດຕາມການແບ່ງຂັ້ນຄຸ້ມຄອງລາຍຮັບ-ປະຕິບັດລາຍຈ່າຍງົບປະມານແຫ່ງລັດ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ. ການຄຸ້ມຄອງບັນຊີລວມສູນ (TSA) ພ້ອມນັ້ນກໍ່ໄດ້ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດ, ຜັນຂະຫຍາຍລະບົບ IFMIS, TABMIS ຂອງ ສສ ຫວຽດນາມ ແຕ່ປີ 2009 ຫາ ປະຈຸບັນ.
![](https://treasury.gov.la/wp-content/uploads/2022/09/training_at_vietnam_8-1024x576.jpeg)
ການຄຸ້ມຄອງ, ຕິດຕາມ ການປະກອບເອກະສານຂອງບັນດາຫົວໜ່ວຍງົບປະມານ ຫາ ຂະແໜງຄັງເງິນ ແລະ ກົນໄກການເບີກຈ່າຍງົບປະມານແຫ່ງລັດ ຜ່ານຮູບແບບເອເລັກໂຕນິກ
![](https://treasury.gov.la/wp-content/uploads/2022/09/training_at_vietnam_9-1024x768.jpeg)
- ວຽກງານຂໍ້ມູນຂ່າວສານ ໂດຍການນໍາໃຊ້ລະບົບ, ເຄືອງມືທັນສະໄໝ ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຄັງເງິນ ໃຫ້ມີຄວາມສະດວກ, ວອງໄວ, ທັນສະໄໝ ແລະ ສາມາດກວດສອບໄດ້.
- ວຽກງານຝຶກອົບຮົມ ໃຫ້ພະນັກງານວິຊາການ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານວິຊາເພາະຄັງເງິນ ມີຄວາມເຂັ້ມແຂງ.
![](https://treasury.gov.la/wp-content/uploads/2022/09/training_at_vietnam_5.jpeg)
![](https://treasury.gov.la/wp-content/uploads/2022/09/training_at_vietnam_6.jpeg)
ນອກຈາກນັ້ນ, ຄະນະວິຊາການ ຄັງເງິນແຫ່ງຊາດ ຍັງລົງເຮັດວຽກຮ່ວມກັບຄະນະຮັບຜິດຊອບຄັງເງິນແຫ່ງລັດ ສສ ຫວຽດນາມ ຢູ່ ຄັງເງິນແຂວງຮາຍຟອງ, ຄັງເງິນແຂວງຮາຍເຢືອງ ແລະ ຄັງເງິນເມືອງ (ແຂວງຮາຍຟອງ ແລະ ແຂວງຮາຍເຢືອງ) ເພື່ອລົງເລິກວຽກງານຕົວຈິງຢູ່ຂັ້ນທ້ອງຖິ່ນ.
![](https://treasury.gov.la/wp-content/uploads/2022/09/training_at_vietnam_1.jpeg)
![](https://treasury.gov.la/wp-content/uploads/2022/09/training_at_vietnam_4.jpeg)
ຊົມເຊີຍການຮ່ວມມືພິເສດລະຫວ່າງ ຄັງເງິນແຫ່ງຊາດ ສປປ ລາວ ກັບ ຄັງເງິນແຫ່ງລັດ ສສ ຫວຽດນາມ ຄົບຮອບ 14ປີ (20 ຕຸລາ 2008 ຫາ 20 ຕຸລາ 2022)
![](https://treasury.gov.la/wp-content/uploads/2022/09/training_at_vietnam_11-1024x768.jpeg)