ເລື່ອງບັນຫາປາກທ້ອງພະນັກງານທີ່ມີເງິນເດືອນໜ້ອຍ ແລະບໍ່ກຸ້ມຢູ່ກຸ້ມກິນແມ່ນບັນຫາໜຶ່ງທີ່ຕິດພັນກັບການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ຊຶ່ງລັດຖະບານຊຸດໃໝ່ຢືນຢັນຈະແກ້ໄຂບັນຫານີ້ເປັນບຸລິມະສິດທຳອິດ ແຕ່ຂະນະນີ້ຕ້ອງຂໍເວລາເຮັດວຽກກ່ອນຄວບຄູ່ໄປກັບຄວາມທຸກຍາກຂອງປະຊາຊົນ.
ວັນທີ 29 ເມສາຜ່ານມາທີ່ສຳນັກງານນາຍົກ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານພ້ອມທັງເປີດໂອກາດໃຫ້ສື່ມວນຊົນຖາມກ່ຽວກັບບັນຫາຕ່າງໆໂດຍທ່ານນາຍົກໄດ້ຕອບຄຳຊັກຖາມຂອງສື່ມວນຊົນວ່າ: ເລື່ອງບັນຫາປາກທ້ອງພະນັກງານທີ່ມີເງິນເດືອນໜ້ອຍ ແລະບໍ່ກຸ້ມຢູ່ກຸ້ມກິນແມ່ນບັນຫາໜຶ່ງທີ່ຕິດພັນກັບການພັດທະນາລວມຂອງປະເທດເຮົາຊຶ່ງເສດຖະກິດເຮົາຢູ່ໃນລະດັບນີ້ການເອົາໃຈໃສ່ດູແລພະ ນັກງານກໍບໍ່ໄດ້ດີເທົ່າທີ່ຄວນແຕ່ລັດຖະບານກໍບໍ່ໄດ້ນິ້ງນອນໃຈສືບຕໍ່ເຮັດໃຫ້ເສດຖະກິດຂະຫຍາຍຕົວ, ເຮັດໃຫ້ລາຍຮັບເພີ່ມຂຶ້ນ ແລະເວລານັ້ນລັດຖະບານກໍຈະພິຈາລະນາໃຫ້ພະນັກງານຂອງພວກເຮົາມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
ສ່ວນບັນຫາການສໍ້ລາດບັງຫຼວງລັດຖະບານກໍໄດ້ມີກົດໝາຍ, ມີນະໂຍບາຍ ແລະມາດຕະການຄົບຊຸດມີແຕ່ຕໍ່ໄປຕ້ອງປະຕິບັດຊຶ່ງວ່າການປະຕິບັດຕ້ອງໃຊ້ເວລາ ເພື່ອເຮັດໃຫ້ເປັນໄປຕາມບາດ ກ້າວ, ພ້ອມທັງ ສືກສາອົບຮົມພະນັກງານໃຫ້ຮູ້ວ່າການສໍ້ລາດບັງຫຼວງເປັນໄພຕໍ່ສັງຄົມ, ຕໍ່ປະເທດຊາດ ແລະການພັດທະນາປະເທດຊາດ.
ແນວໃດກໍດີສຳລັບບັນຫາທຳອິດທີ່ລັດຖະບານຈະແກ້ໄຂທ່ານ ທອງລຸນ ສີສຸລິດ ກ່າວຢ້ຳຕື່ມວ່າແມ່ນເລື່ອງປາກທ້ອງຂອງພະນັກງານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພັດທະນາຊົນນະບົດເຂດຫ່າງໄກສອກຫຼີກ, ສ້າງຖານລາຍຮັບໃຫ້ຫຼາຍຂຶ້ນ, ດຶງດູດເອົາການລົງທຶນພາຍໃນ ແລະຕ່າງປະເທດໃຫ້ຫຼາຍຂຶ້ນ ພ້ອມທັງໃຫ້ລົງທຶນໃສ່ໂຄງ ການທີ່ມີປະສິດທິຜົນນຳເອົາຜົນປະໂຫຍດໃຫ້ປະເທດ ແລະ ປະຊາຊົນນອກນັ້ນຍັງຈະແກ້ໄຂບັນຫາຕ່າງໆເປັນຕົ້ນການເກັບລາຍຮັບເຂົ້າງົບປະມານ,ໂຄງການນອກແຜນ ແລະອື່ນໆທີ່ເກີດຂຶ້ນໃນໄລຍະຜ່ານມາແຕ່ລັດຖະບານຮຽກຮ້ອງມາຍັງປະຊາຊົນຂໍເວລາໃນການເຮັດວຽກກ່ອນ.
ຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ