ກອງປະຊຸມເປີດກ້ວາງຄົບຄະນະຂອງຄະນະພັກຮາກຖານຄັງເງິນແຫ່ງຊາດ ແລະ 4 ໜ່ວຍພັກທີ່ຂື້ນກັບ ຄັ້ງວັນທີ 04 ຕຸລາ 2016 ໃຫ້ກຽດເປັນປະທານໂດຍ ທ່ານ ອາດສະພັງທອງ ສີພັນດອນ,ເລຂາພັກຮາກຖານຄັງເງິນແຫ່ງຊາດ
ຢ່າງພ້ອມໜ້າ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອ ຜ່ານຮ່າງບົດສະຫຼຼຸບຕິລາຄາ ການຊີ້ນຳຂອງ ຄະນະພັກຮາກຖານຄັງເງິນແຫ່ງຊາດປະຈຳງວດ IV ສົກປິີ 2015-2016 ແລະ ທິດທາງແຜນການ 3 ເດືອນຂ້າມຜ່ານທ້າຍປີ 2016. ສະຫຼຼຸບຕີລາຄາວຽກງານກວດກາ, ປ້ອງກັນພັກ-ພະນັກງງານ ແລະ ວຽກງານຂະຫຍາຍພັກ ປະຈຳງວດ IV ແລະ ທິດທາງ ແຜນການ 3 ເດືອນຂ້າມຜ່ານທ້າຍ 2016. ລາຍງານຄວາມຄືບໜ້າ ແຜນການສ້າງໜ່ວຍພັກແຂງ-ຮູ້ນຳຮອບດ້ານ ແລະ ສະຫານເລຂາພັກຄະນະພັກຮາກຖານຄັງເງິນແຫ່ງຊາດ ມອບໜ້າທີໃຫ້ສະຫາຍເລຂາພັກຮາກຖານ ສືບຕໍ່ຊີ້ນຳພາ.