ຂ່າວ
ອີງຕາມຂໍ້ຕົກລົງ ຂອງທ່ານ ລັດຖະມົນຕີກະຊວງການເງິນ ວ່າດ້ວຍການອະນຸມັດໃຫ້ພະນັກງານ ຄັງເງິນແຫ່ງຊາດ, ຄັງເງິນແຫ່ງຊາດປະຈຳແຂວງ, ນະຄອນຫລວງ ແລະ ເມືອງ/ນະຄອນ ເຂົ້າຮ່ວມຝຶກອົບຮົມໄລຍະສັ້ນ ໃນຂອບເຂດທົ່ວປະເທດ ປະຈຳປີ 2019, ສະບັບເລກທີ 3070/ກງ, ລົງວັນທີ 30 ກັນຍາ 2019. ຄັງເງິນແຫ່ງຊາດ ໄດ້ສໍາເລັດການຈັດຝຶກອົບຮົມໄລຍະສັ້ນ ໃຫ້ແກ່ພະນັກງານຄັງເງິນແຫ່ງຊາດຂັ້ນຫົວຫນ້າພະແນກ, ຫົວຫນ້າຄັງເງິນແຫ່ງຊາດປະຈຳແຂວງ ແລະ ນະຄອນຫລວງ ຊຸດທີ1 ຄັ້ງວັນທີ 21 ຕຸລາ- 01 ພະຈິກ 2019 ທີ່ສູນຝຶກອົບຮົມ ສະຖາບັນເສດຖ... Read more
ໃນວັນທີ 30 ພະຈິກ 2018 ເວລາ 13:00 ໂມງ ຄັງເງິນແຫ່ງຊາດໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ່ III ຂອງໜ່ວຍຊາວໜຸ່ມຄັງເງິນແຫ່ງຊາດ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 4 ກະຊວງການເງິນ ໂດຍການເປັນປະທານຂອງສະຫາຍ ດວງປະເສີດ ທິພົມມະຈັນ ເລຂາໜ່ວຍຊາວໜຸ່ມຄັງເງິນແຫ່ງຊາດ ເຊິ່ງມີຜູ້ຕ່າງໜ້າຈາກ ໜ່ວຍຊາວໜຸ່ມ ກົມງົບປະມານແຫ່ງລັດ, ຫ້ອງການກະຊວງການເງິນ, ກົມຈັດຕັ້ງ ແລະ ພະນັກງານ, ກົມຄຸ້ມຄອງຊັບສິນຂອງລັດ, ໜ່ວຍຮາກຖານກຳມະບານຄັງເງິນແຫ່ງຊາດ, ໜ່ວຍສະຫະພັນແມ່ຍິງຄັງເງິນແຫ່ງຊາດ, ຄະນະພັກຮາກຖານຄັງເງິນແຫ່ງຊາດ ແລະ ຮອງເລຂາ... Read more
ວັນທີ 16 ກຸມພາ ປີ 2018 ຄັງເງິນແຫ່ງຊາດໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ ຄັງເງິນແຫ່ງຊາດ ປະຈຳປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018 ໃຫ້ກຽດເປັນປະທານໂດຍທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ Read more
ພາບບັນຍາກາດວຽກງານສະຫລຸບປີ 2017 ຄັງເງິນແຫ່ງຊາດ Read more
ການເຄື່ອນໄຫວ ແລະ ກິດຈະກຳຕ່າງໆ
ວັນທີ 14 ທັນວາ 2017 , ເວລາ 15:00 ໂມງ ທີ່ເດີນສູນກາງຊາວໜຸ່ມ ບ້ານໂພນທັນ ນະຄອນຫຼວງວຽງຈັນ, ໄດ້ຈັດການແຂງຂັນກິລາເປຕັງຂອງສະຫະພັນແມ່ຍິງກະຊວງການເງິນ ຮອບຊິງຊະນະເລີດລະຫວ່າງ ໜ່ວຍສະຫະພັນແມ່ຍິງຄັງເງິນແຫ່ງຊາດ ກັບ ໜ່ວຍສະຫະພັນແມ່ຍິງຫ້ອງການກະຊວງ-ສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ. Read more
ຄັງເງິນແຫ່ງຊາດໄດ້ຈັດພິທີມອບຮັບເຄື່ອງຊ່ວຍເຫຼືອລະຫວ່າງ ຄັງເງິນແຫ່ງຊາດລາວ ແລະ ຄັງເງິນແຫ່ງລັດຫວຽດນາມຕາມແຜນການຊ່ວຍເຫຼືອຜັນຂະຫຍາຍວຽກງານສາຍຕັ້ງຮອດຂັ້ນເມືອງ Read more
ໃນວັນທີ່ 16 ກັນຍາ 2016 ເວລາ 9:00 ກົງກັບວັນສຸກ ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດ ໄດ້ຈັດ ການຝືກອົບຮົມວຽກງານທ້າຍປີ ແລະ ການນຳໃຊ້ລະບົບລາຍງານຍອດເຫຼືອບັນຊີຢູ່ຄັງເງິນສົດ ແລະ ເງິນຝາກທະນາຄານ ຂອງຄັງເງິນແຫ່ງຊາດ. ມີວິຊາການທັງຄັງເງິນສູນກາງ, ຄັງເງິນນະຄອນຫຼວງ ແລະ ຄັງເງິນເມຶອງ ທັງໜົດ 27 ທ່ານ, ຍິງ 16 ທ່ານ. ຈັດຂື້ນໂດບ ພະແນກ ຂໍ້ມູ້ນຂ່າວສານ ຄັງເງິນແຫ່ງຊາດ ອາຈານບັນຍາຍແມ່ນ ທ່ານ ວັນເພັງ ການ ແລະ ທ່ານ ສິວິໄຊ ອານົນ. Read more
ໃນລະຫວ່າງວັນທີ 23-31 ສິງຫາ 2016 ທີ່ຜ່ານມາທີ່ຫ້ອງປະຊຸມ ຄັງເງິນແຫ່ງຊາດ ໄດ້ຈັດຊຸດຝຶກອົບຮົມຂື້ນ ໃນຫົວຂໍ້ “ ຜູ້ຄຸ້ມຄອງຄວາມປອດໄພຂອງລະບົບເຄືອຂ່າຍ Network security Administrator” ໃຫ້ກຽດເປັນປະທານເປີດໃນ-ປິດ ກອງປະຊຸມຝຶກອົບຮົມ ໂດຍທ່ານ ນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນແຫ່ງຊາດ ມີນັກສຳມະນາກອນ ເຂົ້າຮັບການຝຶກອົບຮົມທັງໝົດຈຳນວນ 17 ຄົນ, ຍິງມີ 05 ຄົນ ແລະ ຊາຍມີ 12 ຄົນ ໃນນັ້ນ ພະນັກງານຄັງເງິນສູນກາງ... Read more